วันอังคารที่ 27 สิงหาคม พ.ศ. 2562

5 ຂໍ້ໃນຊີວິດຈິງທີ່ພິສູດວ່າ ຜູ້ຊາຍຄົນນີ້ມັກເຮົາແທ້ (ຖ້າຖືກໃຈ ຊ່ວຍກົດຕິດຕາມ BLogger ໃຫ້ແດ່)


   ດຽວຄົນນີ້ກໍ່ຍິ້ມໃຫ້ ດຽວຄົນນັ້ນກໍ່ມາແຕະບ່າ ດຽວຄົນນີ້ກໍ່ສົ່ງສາຍຕາໃຫ້ ທ່າທາງແບບນີ້ເຂົາເອີ້ນວ່າແອບມັກ ແຕ່ຈະມັກແທ້ຫຼືບໍ່ນັ້ນ ຕ້ອງມີສິ່ງທີ່ພິສູດວ່າໜຸ່ມຄົນນີ້ມັກເຮົາແທ້ ຫຼື ບໍ່.
1. ຖືກກະເປົາໃຫ້
ຖ້າມີໂອກາດໄດ້ໄປຊ໊ອບປິ້ງ ສັງເກດເບິ່ງວ່າ ເຂົາຄົນນັ້ນມັກຈະຄອຍຍື່ນມືມາຊ່ວຍເຫຼືອ ຈັບນັ້ນຈັບນີ້ໃຫ້ ເພາະທຸກຢ່າງທີ່ເປັນຂອງເຮົາໜຸ່ມໆມັກຈະໃຫ້ຄວາມໃສ່ໃຈສະເໝີ ນັ້ນສະແດງວ່າເຂົາແຄເຈົ້າ ຢາກມີສ່ວນຮ່ວມກັບເຈົ້າ ແລະ ບໍ່ຄິດວ່າການຖືກະເປົາໃຫ້ນັ້ນເປັນສິ່ງທີ່ໜ້າອາຍ ນອກຈາກວ່າເຈົ້ານັ້ນຈະອາຍເອງ.
2. ປົກປ້ອງເຈົ້າ
ປົກປ້ອງໃນທີ່ນີ້ ບໍ່ໄດ້ໝາຍເຖິງວ່າຕ້ອງເປັນຮີໂຣໄປກຳຈັດນັກເລງທີ່ເຂົ້າມາທຳຮ້າຍເຈົ້າຄືໃນໜັງ ແຕ່ລວມໄປເຖິງສິ່ງທີ່ເຮັດໃຫ້ເຈົ້າອາດເສຍຫາຍ ຫຼື ບັນທອນຈິດໃຈ ເຂົາຈະຄອຍຊ່ວຍເຫຼືອເຈົ້າຢູ່ທາງຫຼັງ ຫຼື ເຊິ່ງໜ້າສະເໝີ ຢ່າງເຊັ່ນ ການຖືກນິນທາໃຫ້ຮ້າຍ ຫຼື ຢູ່ສະຖານທີ່ໆມີຄົນຫຼາຍທີ່ບຽດກັນ ລອງຈັບຕາເບິ່ງວ່າ ຖ້າເຂົາເຮັດແບບນັ້ນກັບເຈົ້າສະແດງວ່າເຂົາຮັກເຈົ້າຢາກປົກປ້ອງເຈົ້າ ຢ່າປ່ອຍໃຫ້ຄົນແບບນີ້ຫຼຸດມືໄປເດັດຂາດ.
3. ໄປຫາຢູ່ບ່ອນເຮັດວຽກ.
ບໍ່ວ່າຈະໄປຫາຢູ່ບ່ອນເຮັດວຽກ ຫຼື ໂຮງຮຽນ ໃນຍາມພັກທ່ຽງ ຫຼື ພັກເບກ ກໍ່ສະແດງໃຫ້ເຫັນວ່າເຂົາໃຫ້ຄວາມສຳຄັນກັບເຈົ້າເປັນອັນດັບໜຶ່ງ ລອງຄິດເບິ່ງວ່າ ສຳລັບເຮົາຖ້າຄົນບໍ່ສຳຄັນຈະຢາກສະຫຼະເວລາໄປຫາເຮັດຫຍັງ ບາງຄົນຖ້າມີວຽກຕ້ອງພົບກັນແທ້ໆ ຫາກບໍ່ໄດ້ຄິດຫຍັງອາດຈະນັດເຈິກັນໃນໂຮງອາຫານ ຫຼື ບ່ອນອື່ນ ບໍ່ເຫັນຕ້ອງໄປຫາເຖິງທີ່ ໂດຍສະເພາະສາວໆທີ່ເຮັດວຽກແລ້ວ ຖ້າມີໜຸ່ມໆໄປຫາຮອດຫ້ອງການ ສະແດງວ່າເຂົາມັກເຈົ້າເຂົ້າແລ້ວ.
4. ຍອມສະຫຼະລາຍການທີ່ມັກ ຫຼື ນັດສຳຄັນ ເພື່ອໄປຫາເຈົ້າ.
ຜູ້ຊາຍສ່ວນໃຫຍ່ ມັກຈະມີລາຍການທີ່ມັກເປັນຂອງຕົວເອງ ຫຼື ກະທັ້ງແຕ່ນັດສຳຄັນກັບເພື່ອນໆທີ່ບໍ່ເຄີຍພາດ ແຕ່ຖ້າຫາກເຂົາຍອມຖິ້ມນັດສຳຄັນ ຫຼື ຍອມພາດລາຍການມັກ ພຽງເພື່ອໄດ້ພົບກັບເຈົ້າ ຫຼື ປ່ອຍໃຫ້ເຈົ້າໄດ້ເບິ່ງລາຍການມັກຂອງຕົວເອງແທນ ອາດຈະເບິ່ງຄືຄວາມເກງໃຈ ແຕ່ບໍ່ສຳຄັນແທ້ຈະເຮັດຂະໜາດນີ້ຫວາ.
5. ເບິ່ງແຍງໃນຍາມບໍ່ສະບາຍ
ສິ່ງທີ່ຈະເຫັນໄດ້ຊັດທີ່ສຸດວ່າເຂົາຄົນນັ້ນມີໃຈໃຫ້ເຮົາຫຼືບໍ່ ກໍ່ຄືຕອນທີ່ເຮົາບໍ່ສະບາຍນີ້ແຫຼະ ບໍ່ວ່າເຮົາຈະສະໜິດກັບເຂົາ ຫຼື ບໍ່ຄ່ອຍສະໜິດ ສັງເກດໃຫ້ດີວ່າເຂົາຄົນນັ້ນພະຍາຍາມຄອຍແວ່ມາຫາເຈົ້າເພື່ອມາເບິ່ງອາການ ຫຼື ຊື້ຂອງມາຕ້ອນຫາແນວມາໃຫ້ກິນດ້ວຍຄວາມເປັນຫ່ວງ.

     ເປັນແນວໃດກັນແນ່ 5 ຂໍ້ນີ້ ມີໜຸ່ມໃກ້ຕົວ ຫຼື ໄກຕົວເຈົ້າຄົນໃດທີ່ມີພຶດຕິກຳເຂົ້າຂ່າຍວ່າມັກເຈົ້າຢູ່ ຖ້າມີກໍ່ຂໍສະແດງຄວາມຍິນດີນຳຫຼາຍໆ ເພາະເຈົ້າຄືຄົນທີ່ໂຊກດີທີ່ສຸດຄົນໜຶ່ງ.

วันเสาร์ที่ 17 สิงหาคม พ.ศ. 2562

ຊາຍສະຫຼາດ


   ຜູ້ຄົນໄດ້ເຂົ້າມາຫາຜູ້ຊາຍ ສະຫຼາດຄົນໜຶ່ງ, ທຸກຄົນມັກຈົ່ມບັນຫາດຽວກັນທຸກໆຄັ້ງ. ມື້ໜຶ່ງ ລາວເລົ່າເລື່ອງຕະຫລົກໃຫ້ພວກເຂົາຟັງ ຫຼັງຈາກນັ້ນທຸກຄົນກໍ່ຫົວຂວັນ.


    ສອງສາມນາທີຜ່ານໄປ, ລາວໄດ້ເລົ່າເລື່ອງຕະຫລົກເລື່ອງເກົ່າໃຫ້ພວກເຂົາຟັງອີກ, ແຕ່ມີພຽງແຕ່ສອງສາມຄົນເທົ່ານັ້ນທີ່ຍິ້ມ.
   ເມື່ອລາວເວົ້າເລື່ອງຕະຫລົກດຽວກັນເປັນຄັ້ງທີສາມ ບໍ່ມີໃຜຫົວຂວັນອີກຕໍ່ໄປ.
ຄົນສະຫລາດຍິ້ມແລ້ວເວົ້າວ່າ:
"ທ່ານບໍ່ສາມາດຫົວເລາະເລື່ອງຕະຫລົກດຽວກັນ ຊ້ຳແລ້ວ ຊ້ຳອີກ. ສະນັ້ນເປັນຫຍັງພວກເຈົ້າຈຶ່ງຮ້ອງໄຫ້ກ່ຽວກັບບັນຫາດຽວກັນຊ້ຳໆ...?”

วันอังคารที่ 13 สิงหาคม พ.ศ. 2562

ບໍ່ຮຽນໄດ້ບໍ ???



ອນຮຽນຈົບມັດທະຍົມຕອນປາຍ ຂ້ອຍເສັງເຂົ້າມະຫາວິທະຍາໄລບໍ່ໄດ້ຈັກບ່ອນເລີຍ. ເພື່ອນຂອງແມ່ ໄດ້ມາລົມກັບແມ່ຂ້ອຍຝັງວ່າ: ລູກຊາຍຂອງລາວໄດ້ສອບເສັງຜ່ານມະຫາວິທະຍາໄລທີ່ມີຊື່ສຽງ. ລາວພູມໃຈກັບລູກຊາຍຂອງລາວຫຼາຍ.
ສຳລັບຂ້ອຍ, ຂ້ອຍສອບເສັງບໍ່ຕິດບ່ອນ ກໍ່ເລີຍອອກມາຊອກວຽກເຮັດ.

ຜ່ານໄປໄດ້ສອງສາມປີ ໝູ່ຂອງແມ່ຂ້ອຍກັບມາບອກແມ່ຂ້ອຍວ່າ: ລູກຊາຍຂອງລູກຊາຍຈົບ Dr. ແລ້ວ ດຽວນີ້ກຳລັງເຮັດວຽກເປັນຄູສອນຢູ່ມະຫາວິທະຍາໄລ ເງິນເດືອນປະມານ 2-3 ລ້ານກີບ. ແລ້ວກໍ່ເລີຍຖາມແມ່ວ່າ: ແລ້ວລູກຊາຍຂອງເຈົ້າແດ່? ເຮັດວຽກຫຍັງ? ຮຽນຈົບຢູ່ໃສ? ແມ່ຂ້ອຍເລີຍຕອບລາວວ່າ:" ດຽວນີ້ລູກຂ້ອຍຕັ້ງອູ່ແປງລົດ." ເງິນເດືອນບໍມີ ເພາະເປັນເງິນຂອງລູກຂ້ອຍທັງໝົດ ນີ້ຄືຄຳຕອນທີ່ແມ່ຂ້ອຍຕອບລາວ.

ເລື່ອງນີ້ມັນສະທ້ອນວ່າ: "ທ່ານບໍ່ຈຳ ເປັນຕ້ອງຮຽນຈົບມະຫາວິທະຍາໄລ. ຖ້າຫາກທ່ານມີຄວາມດຸໝັ່ນຂະຫຍັນພຽນ "
ມີຫຼາຍໆຄົນທີ່ຮຽນບໍຈົບກໍສາມາດເປັນເຈົ້າຂອງທຸກິດຊື່ດັງເຊັ່ນ: ບີວເກດ (ເຈົ້າພໍ່ ໄມໂຄຊອບ)


วันพฤหัสบดีที่ 8 สิงหาคม พ.ศ. 2562

ປະໂຫຍດທີ່ດື່ມນ້ຳຕົ້ມໝາກຫວດ

- ລັກສະນະພືດ:
ເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ, ສູງ 5-10 ເມັດ, ຊົງຟຸ່ມກົມ ຫຼື ເປັນຮູບໄຂ່, ເປືອກລຳຕົ້ນເປັນສີນ້ຳຕານ ແຕກເປັນຮ່ອງຕາມທາງຍາວ, ກິ່ງເປັນຮູບກະບອກເປັນຮ່ອງຢູ່ກິ່ງກ້ານມີຂົນລະອຽດ. ໃບປະສົມແບບຂົນນົກປາຍຄູ່ລຽນວຽນສະຫຼັບ, ກ້ານໃບປະສົມຍາວ 10-30 ຊັງຕີແມັດ, ໃບຍ່ອຍປະມານ 3-6 ຄູ່, ຮູບໄຂ່, ປາຍໃບແຫຼມ, ໃບ ກວ້າງ 2-11 ຊັງຕີແມັດ ແລະ ຍາວ 3- 30 ຊັງຕີແມັດ.

     ແຜ່ນໃບເປັນສີຂຽວເຂັ້ມ, ຜິວໃບດ້ານລຸ່ມມີສີອ່ອນກວ່າ, ຜິວໃບມີຂົນນຸ້ມປົກຄຸມຢູ່ທັງສອງດ້ານ, ແຜ່ນໃບບາງແຕ່ ຂ້ອນຂ້າງໜຽວ, ສ່ວນໃບອ່ອນມີສີນ້ຳ ຕານອົມຂຽວ, ດອກສີຂາວປົນສີເຫຼືອງ ອ່ອນໆ, ອອກເປັນຊໍ່ແບບແຕກແໜງຕັ້ງ ຈາກປາຍຍອດ ຫຼື ໃບໃກ້ປາຍຍອດ ມີ ຄວາມຍາວເຖີງ 50 ຊັງຕີແມັດ, ດອກ ຍ່ອຍເປັນສີຂາວມີຂະໜາດນ້ອຍ ແລະ ມີກິ່ນຫອມອ່ອນໆ.

     ດອກເປັນແບບແຍກເພດ, ກີບ ດອກ 4-5 ກີບ, ກ້ຽງ ຫຼື ມີຂົນ, ກີບ ດອກເປັນສີຂາວ, ແລະ ມີເກັດນ້ອຍ 1 ເກັດ ທີ່ມີສັນໂນນ 2 ເສັ້ນ, ດອກມີເກ ສອນເພດຜູ້ 8 ອັນ, ກ້ານເກສອນມີຂົນ ສີນ້ຳຕານອ່ອນໆ, ສ່ວນກ້ານເກສອນ ເພດແມ່ ຍາວ ແລະ ບໍ່ມີຂົນ, ດອກມີ 5 ກີບ, ຮູບເຄິ່ງວົງກົມ, ກີບນອກ 2 ກີບ ຈະນ້ອຍກວ່າກີບໃນ ແລະ ມີຂົນຢູ່ດ້ານ ນອກ.

ລັກສະນະຂອງໝາກ: ມີຜິວກ້ຽງ, ມີຂະໜາດກວ້າງປະມານ 0,5-1 ຊັງຕີ ແມັດ ແລະ ຍາວປະມານ 1,5-2 ຊັງຕີ ແມັດ, ໝາກອ່ອນເປັນສີຂຽວ ເມື່ອສຸກ ແລ້ວຈະປ່ຽນເປັນສີເຫຼືອງແດງ ແລະ ຈະປ່ຽນເປັນສີມ່ວງດຳເມື່ອແກ່ເຕັມທີ່.

-ການນຳໃຊ້:
ຮາກ ແລະ ໃບໝາກຫວດ: ໃຊ້ປະສົມກັບສະໝຸນໄພອື່ນຕົ້ມກັບນ້ຳດື່ມ ເປັນຢາແກ້ຊາງ ( ພະຍາດໃນເດັກນ້ອຍທີ່ມີອາການເບື່ອອາຫານ, ຊຶມ, ລີ້ນເປັນ ຝ້າ, ມີເມັດຂຶ້ນໃນປາກ ແລະ ຄໍ).
- ແກ່ນ: ນຳມາຕົ້ມກັບນ້ຳໃຫ້ເດັກ ນ້ອຍດື່ມເປັນຢາແກ້ຊາງ, ແກ້ໄອ, ນອນໂກນ, ແກ້ໄອຫອບໃນເດັກ, ໄອຊ້ຳເຮື້ອ.
- ຮາກ: ໃຊ້ຕຳພອກໃສ່ຫົວແກ້ອາ ການເຈັບຫົວ ຫຼື ໃຊ້ຮາກຝົນກັບເຫຼົ້າ ຂາວແລ້ວນຳມາພອກກໍໄດ້. ນອກນັ້ນ, ໃບອ່ອນໝາກຫວດຍັງໃຊ້ກິນເປັນຜັກສົດໄດ້ ໂດຍການລວກ, ຕົ້ມກິນກັບແຈ່ວ, ປົ່ນ ຫຼື ໃຊ້ໃນສ່ວນແກງຜັກລວມໃສ່ປາແຫ້ງ ແລະ ຊາວບ້ານຍັງນຳມາໃຊ້ຮອງ ພື້ນຄຸມເຂົ້າທີ່ຈະໃຊ້ເຮັດເຂົ້າໜົມເພື່ອ ຊ່ວຍກັນບູດໄດ້ອີກດ້ວຍ.

ຄຳຄົມເຕືອນສອນໃຈ


วันพุธที่ 7 สิงหาคม พ.ศ. 2562

" ເກຶອຈີ້ມເກຶອ " ເລື່ອງສັ້ນ ສອນໃຈ ເລື່ອງທີ 2


ຊາຍໜຸ່ມຄົນໜຶ່ງໄດ້ຊຶ້ປາຈາກຕະຫຼາດ. ລາວບອກເມຍຂອງລາວວ່າ ... "ທີ່ຮັກ, ຂ້ອຍຊຶ້ປາມາ. ຂ້ອຍຈະໄປເບິ່ງຮູບໜັງຢູ່ໄອເຕັກກ່ອນເດີ. ຫຼັງຈາກເບິ່ງໜັງແລ້ວຈະກັບມາກິນເຂົ້າ ຊ່ວຍເຮັດແກງປາສົ້ມແຊບໆໃຫ້ຂ້ອຍແດ່.
ເມຶ່ອເມຍໄດ້ຍິນວ່າຜົວຈະໄປເບິ່ງໜັງ ເມຍເລີຍກ່າວວ່າ: "ຂ້ອຍຂໍໄປເບິ່ງນໍາ!"

ຊາຍໜຸ່ມ ຕອບວ່າ: "ຢ່າໄປເລີຍ. ເຈົ້າແຕ່ງກິນຢູ່ນີ້, ລາຄາປີ້ແພງຫຼາຍ. ຂ້ອຍໄປເບິ່ງຜູ້ດຽວ. ຂ້ອຍຈະກັບເລົ່າໃຫ້ເຈົ້າຟັງ. ພ້ອມທີ່ຈະກິນປາທີ່ເຈົ້າເຮັດແຊບໆ. "
ເມື່ອຊາຍໜຸ່ມ ກັບມາຈາກເບິ່ງໜັງ ໄດ້ເຂົ້າໄປໃນເຮືອນຄົວ ແລ້ວຖາມເມຍວ່າ: ເຈົ້າ! ເຮັດແກງປາຢູ່ໃສ? "
ເມຍນັ່ງອ່ານປື້ມດ້ວຍອາການສະຫງົບ ແລ້ວຕອບວ່າ: ຂ້ອຍກິນໝົດແລ້ວ! ມານັ່ງໃກ້ໆຂ້ອຍ, ຂ້ອຍຈະບອກເຈົ້າວ່າປາແມ່ນແຊບຫຼາຍ. "
ເລື່ອງນີ້ມັນສະທ້ອນ ວ່າ: "ທ່ານຈະປະຕິບັດຕໍ່ຄົນອື່ນແນວໃດ? ເຂົາອາດຈະປະຕິບັດກັບເຈົ້າແບບນັ້ນ. "

วันจันทร์ที่ 5 สิงหาคม พ.ศ. 2562

ເລື່ອງສັ້ນ ສອນໃຈ ໃຫ້ຂໍ້ຄິດໃນການດຳລົງຊີວິດໃນສັງຄົມ


ເລື່ອງສັ້ນຕໍ່ໄປນີ້ເປັນນິທານສັ້ນໆ ທີ່ໃຊ້ໃນການສອນ ແລະ ໃຫ້ຄວາມຄິດທີ່ດີ; ເພາະວ່າມັນເປັນເລື່ອງມ່ວນຊື່ນກັບຕົວລະຄອນທີ່ຈື່ງ່າຍ ມີຕົວຢ່າງຂອງສິ່ງທີ່ດີ ແລະ ຄວາມຊົ່ວ, ຄວາມຖືກຕ້ອງ, ຄວາມຜິດ, ແລະ ຜົນໄດ້ຮັບຈາກການກະທຳ ທີ່ຈະແຈ້ງ, ຖືກຕ້ອງເໝາະສົມ ມັນເຮັດໃຫ້ຜູ້ອ່ານມີທັດສະນະຈິນຕະນາການທີ່ດີ.

ຊຶ່ເລື່ອງ:ຄວາມຮູ້ ແລະ ຄວາມສາມາດ.



ແມ່ຕູ້ຄົນໜຶ່ງຫຼົງ ກ້າວເຂົ້າໄປໃນຫ້ອງ ສຳມະນາຂອງບັນດາທ່ານໝໍ ; ໃນເວທີ, ທ່ານ ໝໍຄົນໜຶ່ງ ກຳລັງຖາມຜູ້ເຂົ້າສຳມະນາ ...
ນໍ້າຝົນ ທີ່ຕົກຈາກທ້ອງຟ້າສູງ ແລະ ຕົກໃນຄວາມໄວສູງ ຈະເຮັດໃຫ້ປະຊາຊົນໄດ້ຮັບບາດເຈັບ ຫຼື ເສຍຊີວິດບໍ? "
ໃນຕອນນັ້ນ ຢູ່ໃນຫ້ອງປະຊຸມທຸກຄົນທີ່ສຳມະນາ ກຳລັງຄິດຫາຄຳຕອບ ບາງຄົນເຫັນຄວາມໄວຂອງຝົນຕົກ, ບາງຄົນກໍາລັງປະມວນມວນສານ ແລະ ນໍ້າໜັກຂອງຝົນຕົກ, ແລະອື່ນໆຄົນຕ່າງກໍ່ຄິດ.....ແມ່ຕູ້ໄດ້ຫຼຽວເບິ່ງໄລຍະໜຶ່ງ ແລ້ວຈັບເອົາໄມໂຄຣໂຟນທີ່ແທ່ນປາໄສໂດຍກ່າວວ່າ ... "ພວກເຈົ້າເຄີຍຕາກຝົນບໍ?"
ໃນເວລາໄດ້ຍິນສຽງແມ່ຕູ້ຄົນນັ້ນ ຫ້ອງທັງຫ້ອງທັງໝົດ ກໍມິດງຽບ. ທຸກໆຄົນກໍ່ແກ່ວງຫົວ, ເວົ້າວ່າ "ແມ່ນແລ້ວ, ພວກເຮົາບໍຖືກຝົນຕົກ."
ເລື່ອງນີ້ ມັນໝາຍເຖິງ ວ່າ: ຄວາມຮູ້ອາດຈະສ້າງວິທີການຄິດທີ່ແຕກຕ່າງກັນ. ແຕ່ປະສົບການແມ່ນຄວາມສາມາດທີ່ຈະເຮັດໃຫ້ທ່ານແກ້ໄຂບັນຫາໄດ້ໄວ

5 ພືດສະໝຸນໄພທຳມະຊາດ ຊ່ວຍກະຕຸ້ນພູມຄຸ້ມກັນໃຫ້ແຂງແຮງບໍ່ຕິດເຊຶ້ອພະຍາດ

ພືດສະໝຸນໄພທຳມະຊາດຫຼາຍຊະນິດອອກລິດຕໍ່ຕ້ານ ແລະ ກຳຈັດສານພິດ ແລະ ຕົວເຊື້ອພະຍາດຕ່າງໆທີ່ເຂົ້າສູ່ຮ່າງກາຍ ແລະ ຍັງຊ່ວຍຕ້ານອະນຸມູນອິດ ສະຫຼະຖອນພິດໄຂ້ໃນຮ່າງກາຍ ຊ່ວຍໃນຂະບວນການລ້າງສານພິດໃນເລືອດ ກະຕຸ້ນການສ້າງເມັດເລືອດແດງ, ເມັດ ເລືອດຂາວ, ເກັດເລືອດ, ຟອກເລືອດໃຫ້ສະອາດຟື້ນຟູການເຮັດວຽກຂອງຕັບ ຈາກດື່ມເຫຼົ້າ ຫຼື ໄດ້ຮັບສານເຄມີ ຈາກປຸງແຕ່ງຈາກອາຫານ ເຮັດໃຫ້ຮູ້ສຶກສົດຊື່ນ ຟື້ນຟູຮ່າງກາຍໃຫ້ແຂງແຮງ.

ມຶ້ນີ້ໜັງສຶພິມ ປກສ ໄດ້ນຳສະເໜີ ສະໝຸນໄພ 5 ຊະນິດທີ່ຄວນກິນທຸກມື້ (ເປັນອາຫານ) ເພື່ອກະຕຸ້ນພູມຄຸ້ມກັນ
ໃຫ້ຮ່າງກາຍແຂງແຮງມາຝາກທຸກທ່ານ ນັ້ນກໍຄື:

ອັນດັບທີ 5 : ນ້ຳໝາກນາວ ແລະ ນ້ຳໝາກຂີ້ຫູດ.
ເປັນຢາລົດຊາດສົ້ມ ແກ້ຂີ້ກະເທີ່ໃນຄໍແກ້ໄອ ແກ້ນ້ຳລາຍໜຽວ ບຳລຸງເລືອດເຮັດໃຫ້ສຽງແຫບແຫ້ງດີຂຶ້ນ, ລະງັບຄວາມຮ້ອນໃນຮ່າງກາຍໄດ້ ໂດຍການຢອດລົງໃນນ້ຳ ຊາຈີນອຸ່ນໆແລ້ວດື່ມຮູ້ສຶກໂລ່ງໃນລຳຄໍ ແລະ ຫຼອດລົມ ຊ່ວຍປ້ອງ ກັນການເປັນ ຫວັດໄດ້ ໃນເມື່ອກ່ອນໃຊ້ໃບໝາກນາວ 108 ໃບ ຕົ້ມກິນເປັນຢາ ລ້າງຂີ້ກະເທີ່ໃນຄໍ ແລະ ຟອກເລືອດຊ່ວຍ ປ້ອງກັນຄວາມ ດັນເລືອດສູງ.

ອັນດັບທີ 4 : ຂີ້ໝິ້ນ.
ເປັນສະໝຸນໄພພື້ນຖານທີ່ໃຊ້ຮັກ ສາອາການອັກເສບໃນອະໄວຍະວະຕ່າງໆມາຫຼາຍຮ້ອຍປີ, ກິນຜົງຂີ້ໝິ້ນລະລາຍກັບນ້ຳເຜິ້ງ ເປັນຢາບຳບຸງປອດສະໝານ ແຜອັກເສບໃນປອດ ໝໍ້ຢາຕົ້ມເປັນນ້ຳສະໝຸນໄພລວມມີ ຫົວສີໄຄ, ຫອມບົ່ວ, ຂີ້ໝິ້ນ ຈິບອຸ່ນໆດີໄຂ້ຫວັດ (ກະຕຸ້ນພູມ ຄຸ້ມກັນ).

ອັນດັບທີ 3 : ພິກໄທ.
ຄວນກິນພິກໄທເປັນເຄື່ອງປຸງທີ່ປຸງໃນອາຫານ ເຊັ່ນ: ເຂົ້າຕົ້ມ ແກງຈືດຕ່າງໆ ປະລິມານພິກໄທທີ່ຫຼາຍເກີນໄປ ອາດລະຄາຍເຄືອງຕໍ່ກະເພາະອາຫານ ເຮັດໃຫ້ເຈັບທ້ອງ ແຕ່ເປັນຢາກຳຈັດໄຂມັນ ສ່ວນເກີນ ກະຕຸ້ນການເຜົາຜານໄຂມັນ.

ອັນດັບທີ 2 : ຂີງ.
ລົດຊາດເຜັດຮ້ອນມີນ້ຳມັນຫອມ ລະເຫີຍທີ່ເປັນປະໂຫຍດຕໍ່ຫົວໃຈ ໄລ່ ລົມ ໃຫ້ຄວາມອົບອຸ່ນໃນຮ່າງກາຍຢາມທີ່ໜາວ ກິ່ນຫອມເຮັດໃຫ້ຫາຍໃຈສະ ດວກ ແນະນຳໃຫ້ກິນນ້ຳຂີງອຸ່ນໆປະສົມນົມຮ້ອນບຳບຸງຮ່າງກາຍບຳລຸງປອດ.



ອັນດັບທີ 1 : ໝາກຂາມປ້ອມ.
ຊາວອິນເດຍຈັດໃຫ້ໝາກຂາມປ້ອມເປັນໝາກໄມ້ (ຕ້ານຄວາມແກ່ຊະ ລາ), ມີລົດຊາດຫວານ, ລົດຊາດເຢັນ, ມີລົດຊາດຝາດ, ລົດແຫ້ງ ກິນຊ່ວຍແກ້ ຂີ້ກະເທີ່.

วันศุกร์ที่ 2 สิงหาคม พ.ศ. 2562

4 ພະຍາດທີ່ເກີດຈາກການເກິນ "ເຜັດ"

1. ພະຍາດຖອກທ້ອງ: 

ເປັນພະຍາດອັນດັບທຳອິດ ທີ່ມັກເກີດຈາກການກິນເຜັດ; ເຊິ່ງຄວາມຈິງແລ້ວຄວາມເຜັດຂອງໝາກເຜັດ ບໍ່ໄດ້ເຮັດໃຫ້ກິນໝາກເຜັດ ແລ້ວເຈັບທ້ອງໂດຍກົງ ແຕ່ເພາະສານແຄັບໄຊຊິນ ທີ່ເຮັດໃຫ້ອຸນຫະພູມໃນຮ່າງກາຍສູງຂຶ້ນ ຮ່າງກາຍຈຶ່ງພະຍາຍາມຫຼຸດອຸນຫະພູມດ້ວຍການຂັບອອກມາທາງເຫື່ອ ແລະ ເຮັດໃຫ້ຮູ້ສຶກຫິວນ້ຳ ເມື່ອດື່ມນ້ຳໄປຫຼາຍໆສານແຄັບໄຊຊິນ ທີ່ບໍ່ສາມາດຍ່ອຍໄດ້ໝົດຮ່າງກາຍ ຈຶ່ງພະຍາຍາມຂັບສານນີ້ອອກໄປໃຫ້ກະເພາະ ແລະ ລຳໄສ້ເຄື່ອນໄຫວຢ່າງວ່ອງໄວ ອາຫານທີ່ກິນລົງໄປ ຈະເຄື່ອນຜ່ານລະບົບຍ່ອຍອາຫານໄວຜິດປົກກະຕິ ເມື່ອໄປລວມກັບນ້ຳທີ່ກິນເຂົ້າໄປຫຼາຍໆ ຈຶ່ງເປັນທີ່ມາຂອງອາການເຈັບທ້ອງ ຫຼື ຖ່າຍເປັນນ້ຳນັ້ນ ເອງ.

2. ພະຍາດຫົວໃຈ:

ອາຫານລົດຊາດເຜັດ ເຮັດໃຫ້ລະບົບໝຸນວຽນໃນເລືອດດີຂຶ້ນ ບາງຄັ້ງກໍອາດຈະດີຫຼາຍ ໄປຈົນເຮັດໃຫ້ຫົວໃຈເຮັດວຽກໜັກຂຶ້ນ. ດັ່ງນັ້ນ, ໃຜທີ່ກິນເຜັດຫຼາຍໆ ອາດຈະເພີ່ມຄວາມສ່ຽງໃນການເປັນພະຍາດຫົວໃຈໄດ້ ສ່ວນຜູ້ທີ່ເປັນພະຍາດຫົວໃຈຢູ່ແລ້ວຄວນລະມັດລະວັງ ແລະ ຫຼຸດລະດັບຄວາມເຜັດລົງ.

3. ພະຍາດກະເພາະອາຫານ:

ເຊື່ອວ່າການກິນເຜັດເຮັດໃຫ້ເປັນພະຍາດ ກະເພາະອາຫານ ເຊິ່ງບໍ່ເປັນຄວາມຈິງແຕ່ຢ່າງໃດ ພຽງແຕ່ວ່າການກິນເຜັດນັ້ນຈະໄປກະຕຸ້ນພະຍາດກະເພາະອາຫານ ທີ່ມີຢູ່ແລ້ວໃຫ້ມີອາການບໍ່ດີ ຈາກງານວິໄຈທີ່ເຄີຍຕີພິມໃນວາລະ ສານ Journal of the American Medical Association ໄດ້ລະບຸວ່າ: ລົດເຜັດຈາກໝາກເພັດບໍ່ໄດ້ເຮັດໃຫ້ເປັນພະຍາດກະເພາະອາຫານ ແລະ ບໍ່ໄດ້ເຮັດໃຫ້ກະເພາະເປັນບາດແຜເພາະລຳໄສ້ ແລະ ກະເພາະບໍ່ໄດ້ຖືກທຳລາຍຈາກການກິນເຜັດແຕ່ຢ່າງໃດ ສ່ວນຄົນທີ່ກຳລັງເປັນພະຍາດກະເພາະຫຼັງກິນເຜັດກໍ່ເກີດຈາກສານແຄັບ ໄຊຊິນ ມີລິດເປັນກົດ ເຊິ່ງໄປກະຕຸ້ນໃຫ້ຫຼອດອາຫານຫົດເກັງ ເຮັດໃຫ້ຮູ້ສຶກເຈັບແໜ້ນທ້ອງ ດັ່ງນັ້ນ,ໃຜທີ່ເປັນພະຍາດກະເພາະອາຫານ ຫຼື ເປັນບາດແຜໃນກະເພາະອາຫານຢູ່ແລ້ວຄວນໄປຮັກສາໃຫ້ດີກ່ອນ ແລະ ຫຼີກລ່ຽງການກິນອາ ຫານທີ່ເຜັດ.

4. ຍຶ່ງທ້ອງ ແໜ້ນທ້ອງ:

ໂດຍປົກກະຕິແລ້ວ ລົດເຜັດຮ້ອນຈາກ ໝາກເຜັດ ຈະຊ່ວຍຂັບລົມ ແຕ່ເພາະວ່າສານ ແຄັບໄຊຊິນ ເປັນກົດ ເມື່ອກິນໝາກເພັດໃນປະລິມານຫຼາຍໆ ຈະເຮັດໃຫ້ມີກົດຫຼາຍໃນກະເພາະອາຫານ ອາດຈະມີອາການຍຶ່ງທ້ອງແໜ້ນ ທ້ອງຈາກກົດຫຼາຍເກີນໄປ ແຕ່ວ່າສຳລັບຄົນປົກກະຕິທົ່ວໄປກໍຈະກິນເຜັດເລັກໜ້ອຍ ຈາກຈານອາຫານມາປະກອບກັບໝາກເຜັດ ສາມາດກິນ ອາຫານໄດ້ຢ່າງປອດໄພເກືອບບໍ່ສົ່ງຜົນໃດໆຕໍ່ຮ່າງກາຍ.
     ເຖິງຢ່າງໃດກໍຕາມ, ອາຫານມີທັງໃຫ້ປະໂຫຍດ ແລະ ໂທດຕໍ່ຮ່າງກາຍ ສະນັ້ນແລ້ວ ບໍ່ວ່າຈະກິນເພັດຫຼາຍ ຫຼື ກິນຫຼາຍເກີນໄປ ເພາະມັນຈະໃຫ້ໂທດຫຼາຍກວ່າໄດ້ປະໂຫຍດ. 

วันพุธที่ 31 กรกฎาคม พ.ศ. 2562

ກິນຜັກແພວ ຊ່ວຍເຮັດໃຫ້ຈະເລີນອາຫານ ແລະ ຊ່ວຍປ້ອງກັນມະເຮັງລຳໄສ້ໃຫຍ່




ຜັກແພວ ເປັນຜັກພື້ນບ້ານ ສາມາດນຳມາປະກອບໃສ່ອາຫານ ຫຼື ນຳມາເປັນຜັກຫອມປະກອບໃສ່ພັນປາ, ຂົ້ວຊີ້ນ. ຜັກແຜວໄປດ້ວຍອຸດົມສານຕ້ານອະນຸມູນອິດສະຫຼະຫຼາຍຊະນິດ ທີ່ຊ່ວຍເສີມສ້າງພູມຕ້ານທານພະຍາດໃຫ້ກັບຮ່າງກາຍ.


ໃບໃຊ້ຮັບປະທານ; ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍໃນການຂັບຖ່າຍ, ປ້ອງກັນ ແລະ ແກ້ອາການຖອກທ້ອງ ແລະ ຊ່ວຍປ້ອງກັນມະເຮັງລຳໄສ້ໃຫຍ່ ເພາະເປັນຜັກທີ່ມີໄຟເບີສູງເຖິງ 9.7 ກຼາມ. ເຊິ່ງຈັດຢູ່ໃນຜັກທີ່ມີເສັ້ນໄຍອາຫານສູງທີ່ສຸດ 10 ອັນດັບຂອງຜັກພື້ນບ້ານ. ຜັກແພວ ມີລົດຊາດເຜັດຮ້ອນ ຈຶ່ງຊ່ວຍແກ້ລົມ, ຂັບລົມໃນກະເພາະອາ ຫານ, ແກ້ອາການຍຶ່ງທ້ອງແໜ້ນທ້ອງ ທີ່ຊ່ວຍເຮັດໃຫ້ເອື້ອມລະບາຍລົມອອກ.

ນອກນັ້ນ ໃບຜັກແພວ ຍັງຊ່ວຍແກ້ ຕຸ່ມຄັນຈາກເຊື້ອລາ ດ້ວຍການໃຊ້ໃບ ຫຼື ໝົດຕົ້ນ ນຳມາຄັ້ນ ຫຼື ຕຳປະສົມກັບເຫຼົ້າ ຂາວ ແລ້ວໃຊ້ເປັນຢາທາ.

วันเสาร์ที่ 27 กรกฎาคม พ.ศ. 2562

ສາເຫດທີ່ ອາເມລິກາ ກາຍມາເປັນຜູ້ພິທັກໂລກ ອີກມຸມໜຶ່ງ ກໍຄື ຜູ້ກໍ່ກວນໂລກ

1. ກ່ອນສົງຄາມໂລກ ຄັງທີ 2

ພາຍໃນປີ 1930, ອາເມລິກາ ບໍ່ແມ່ນມະຫາອໍານາດ ແຕ່ເປັນພຽງປະເທດທີ່ພວມພັດທະນາທີ່ຢຶດຖືນະໂຍບາຍ " Isolationism " ເປັນ “ ລັດທິໂດດດ່ຽວ ” ໝາຍຄວາມວ່າ ບໍ່ຫຍຸ້ງກ່ຽວກັບໂລກພາຍນອກ ເປັນຕົ້ນແມ່ນ ທາງດ້ານການເມືອງ ແລະ ບັນຫາພິບັດທີ່ກໍາລັງລະບາດຂຶ້ນ ຢູ່ທົ່ວທະວິບເອີຣົບ ແລະ ອາຊີ; ນັ້ນກໍຄື ໃນທະວິບເອິຣົບ ແມ່ນຖືກເຢຍລະມັນ ແລະ ອິດຕະລີ ແຜ່ຂະຫຍາຍອໍານາດ ສ່ວນທາງພາກທະວີບອາຊີ ກໍຕົກຢູ່ໃນກໍາມືຂອງ ຈັກກະພັດຍີ່ປຸ່ນ ໃນຊ່ວງນີ້ຜູ້ຄົນລົ້ມຕາຍກັນເປັນລ້ານໆ.

2. ໃນຄະນະທີ່ ສະພາບໂລກປັ່ນປ່ວນຢູ່ເອີຣົບ ແລະ ອາຊີ

ພາຍໃນຊຸມປີ 1930, ເຫດການຮ້າຍແຮງຂຶ້ນເລື້ອຍໆຈົນສຸດທ້າຍ ກໍເກີດສົງຄາມຢ່າງດຸເດືອດ ພາຍໃນປີ 1938 - 39 ເມື່ອ ເຢຍລະມັນ ເຂົ້າຢຶດພາກເອີຣົບຕາເວັນຕົກ ພິເສດແມ່ນ ຝຣັ່ງ; ສ່ວນ ຈັກກະພັດຍີ່ປຸ່ນ ກໍເຂົ້າຢຶດເອົາ ທະວີບອາຊີ ລວມທັງ ເກົາຫຼີ, ຈີນ, ອິນດູຈີນ ( ລາວ, ຫວຽດນາມ, ກຳປູເຈຍ ) ແລະ ບັນດາເກາະຕ່າງໆ ລວມທັງຟິລິປິນ.

ເຢຍລະມັນ ແລະ ຍີ່ປຸ່ນ ເຫັນວ່າ ຖ້າຈະຢຶດຄອງໂລກໃຫ້ສໍາເລັດ ຕ້ອງກໍາຈັດການກັບ ອາເມລິກາ ໄປນໍາ

ເຊິ່ງໃນຕອນນັ້ນ, ຟິລິປິນ ແມ່ນຢູ່ພາຍໃຕ້ການຄຸ້ມຄອງຂອງ ອາເມລິກາ ໃນເງື່ອນໄຂທີ່ ແອັດສະປາຍ ເສຍສົງຄາມໃຫ້ ອາເມລິກາ ໃນປີ 1898, ຟິລິປິນ ຕົກເປັນຫົວເມືອງຂຶ້ນຂອງ ແອັດສະປາຍ ເລີ່ມແຕ່ປີ 1521 ຈົນເຖິງ ປີ 1898 ເຊິ່ງເປັນປີ ແອັດສະປາຍ ເສຍສົງຄາມໃຫ້ ອາເມລິກາ.

ຫຼັງຈາກເສຍສົງຄາມ, ແອັດສະປາຍ ກໍຕ້ອງໄດ້ຖອນທັບ ແລະ ອອກຈາກບັນດາປະເທດອານານິຄົມຂອງຕົນທັງໝົດ, ສ່ວນ ຟິລິປິນ ອີງຕາມສັນຍາປາລີ ໃນປີ 1898 ແອັດສະປາຍ ຕົກລົງຂາຍ ຟີລິີປິນ ໃຫ້ກັບ ອາເມລິກາລາຄາ $20 ລ້ານໂດລາ; ດັ່ງນັ້ນ, ເລີ່ມແຕ່ນັ້ນມາ ອາເມລິກາ ຈຶ່ງມີບົດບາດໃນດ້ານການເມືອງ ແລະ ທະຫານໃນ ຟີລິປິນ ຈົນເຖິງທຸກວັນນີ້.
ຍີ່ປຸ່ນ ໂຈມຕີ ທ່າເຮືອ Pearl Harbor ຂອງ ອາເມລິກາ ໃນຮາວາຍ

ໃນຂະນະທີ່ ສະພາບໂລກປັ່ນປ່ວນຢູ່ນັ້ນ, ການເມືອງຕ່າງປະເທດຂອງ ອາເມລິກາ ຍັງຢຶດໝັ້ນໃນລັດທິໂດດດ່ຽວ ບໍ່ຫຍຸ້ງກ່ຽວກັບເລຶ່ອງພາຍນອກ ໃນຮູບແບບເດີມ. ອາເມລິກາ ໝຸ່ງໝັ້ນພັດທະນາປະເທດຊາດຂອງຕົນໃຫ້ເຂັ້ມແຂງ, ສາເຫດກໍຄື ຕົນເອງຫາກໍພົ້ນຈາກສົງຄາມກາງເມືອງ ແລະ ກໍາລັງປະເຊີນກັບ ບັນຫາພາຍໃນຫຼາຍປະການ ເຊັ່ນ: ບັນຫາແບ່ງຊັ້ນວັນນະ ຫຼື ແບ່ງແຍກຜິວໜັງ ແລະອື່ນໆ.
ແຕ່ສຸດທ້າຍ, ກໍບໍ່ພົ້ນກັບບັນຫາໂລກທີ່ມາຢືນເຄາະຢູ່ໜ້າປະຕູ; ເຊິ່ງ ເຢຍລະມັນ ແລະ ຍີ່ປຸ່ນ ເຫັນວ່າ ຖ້າຈະຢຶດຄອງໂລກໃຫ້ສໍາເລັດ ຕ້ອງກໍາຈັດການກັບ ອາເມລິກາ ໄປນໍາ ເພາະວ່າ ອາເມລິກາ ຄືຍັກໃຫຍ່ທີ່ກໍາລັງນອນຕີພຸງກິນເຫຼົ້າຊາເກຢູ່ ແລະ ຈະຄອງໂລກ ກໍຕ້ອງກໍາຈັດຍັກໂຕນີ້.
ກອງກຳລັງຟາຊິດເຢຍລະມັນ ເສຍໄຊ 

ດັ່ງນັ້ນ, ໃນປີ 1941 ຍີ່ປຸ່ນ ຈຶ່ງຕັດສິນໃຈດຶງເອົາ ອາເມລິກາ ເຂົ້າສູ່ສົງຄາມໂລກ ຄັ້ງທີ 2 ໂດຍການເປີດບັ້ນຮົບປະຫວັດສາດ ບຸກໂຈມຕີຖານທັບເຮືອຂອງອາເມລິກາ ທີ່ Pearl Harbor ລັດ Hawaii; ການໂຈມຕີທາງອາກາດຂອງຍີ່ປຸ່ນ ຄັ້ງນັ້ນ ເຮັດໃຫ້ ອາເມລິກາ ສູນເສຍເຮືອຮົບໄປຫຼາຍລໍາ ແລະ ຕາຍປະມານ 2,500 ຄົນ.
ຍີ່ປຸ່ນ ຄິດວ່າ ຖານທັບເຮືອຂອງ ອາເມລິກາ ຢູ່ Pearl Harbor ຄືແຄ່ງຂາຂອງ ອາເມລິກາ, ຖ້າຕັດແຄ່ງຂານັ້ນຖິ້ມ ອາເມລິກາ ກໍຈະກາຍເປັນຄົນພິການ ເຮັດຫຍັງບໍ່ໄດ້; ຂໍ້ນີ້ ຍີ່ປຸ່ນ ຄິດຜິດຢ່າງມະຫັນ. ຖານທັບເຮືອໃຫຍ່ຂອງ ອາເມລິກາ ສ່ວນໃຫຍ່ແມ່ນປະຈໍາການຢູ່ພາກທະເລ Atlantic ເຊິ່ງຢູ່ກົງກັນຂ້າມກັບ ເອີຣົບ.


ຕອນນັ້ນ, ອາເມລິກາ ສຸມກໍາລັງກະກຽມປ້ອງກັນນ່ານນໍ້າ ແລະ ຊາຍແດນຂອງຕົນທີ່ຢູ່ທາງດ້ານກົງກັນຂ້າມກັບ ເອີຣົບ ເພາະວ່າ ເຢຍລະມັນ ໄດ້ເລີ່ມສົ່ງເຮືອດໍານໍ້າມາພິຊິດໃກ້ເມືອງນິວຢອກ. ( ...ອ່ານຕໍ່ສະບັບໜ້າ )
(ບົດວິເຄາະ ຈາກນັກຂຽນ: ສ ປັນຍາສິນ)

10 ອົງປະກອບຂອງຄຳວ່າ ຄຸນນະພາບຊີວິດ

1. ມີຄວາມເບີກກັບວຽກ ງານ ແລະ ພັດທະນາວຽກຂອງ ຕົນຢູ່ສະເໝີ ເຊື່ອມໂຍງວຽກຂອງ ຕົນກັບຄວາມສຸກຂອງຄົນອື່ນ.
2. ມີໂອກາດເພີ່ມພູນຄວາມ ຮູ້ ໄດ້ພັດທະນາສັກກາຍະພາບ ທາງຄວາມຄິດມີໂອກາດຝຶກຝົນສີ ມືຂອງຕົນເອງ.
3. ມີຖານະຄວາມເປັນຢູ່ທີ່ບໍ່ ເດືອດຮ້ອນເພິ່ງພາຕົນເອງໄດ້.
4. ມີຄວາມສຳພັນທີ່ດີກັບ ຄອບຄົວໝູ່ເພື່ອນພີ່ນ້ອງ ແລະ ຄົນ ອອ້ມຂ້າງໄດ້ຮຽນຮູ້ຄວາມໝາຍ ຂອງມິດຕະພາບ ແລະ ຄວາມຮັກ ທີ່ແທ້ຈິງ.
5.       ໄດ້ຊ່ວຍເຫຼືອຜູ້ອື່ນແບ່ງ ປັນຕາມການຄວາມເໝາະສົມມີ ໂອກາດຮັບໃຊ້ ເພື່ອນມະນຸດ  ເພີ່ມພູນຄວາມເມດຕາໃຫ້ເກີດຂຶ້ນ  ເປັນລຳດັບ.
6. ເວົ້າໃນສິ່ງທີ່ເປັນກຸສົນບໍ່ ເວົ້າໃນທາງຮ້າຍບໍ່ກ່າວໂທດຄົນອື່ນ ບໍ່ເວົ້າທຳຮ້າຍຈິດໃຈຂອງຜູ້ອື່ນ ຍອມຮັບເປີດໃຈໃນຄວາມແຕກ ຕ່າງເປັນຄົນໃຫ້ກຳລັງໃຈຄົນອື່ນ ຢູ່ສະເໝີ.
  7. ຮັບປະທານອາຫານທີ່ມີຄຸນ ນະພາບມີສຸຂະພາບທີ່ດີອາໄສຢູ່ ສະຖານທີ່ ທີ່ບໍ່ວຸ້ນວາຍ ເປັນຄົນ ເຫັນຄວາມງາມໃນຄວາມທຳມະ ດາຂອງທ້ອງຟ້າດອກໄມ້ສັບພະ ສັດມີວິຖີຊີວິດທີ່ລຽບງ່າຍ.
  8. ເປັນເຈົ້າຂອງເວລາໃນຊີວິດ ຕົນເອງ ແລະ ໃຊ້ມັນຢ່າງສ້າງສັນ ຢູ່ກັບປັດຈຸບັນ.
  9. ໄດ້ຮຽນຮູ້ຕົນເອງຜ່ານການ ສັງເກດຜ່ານຄວາມເມດຕາຈົນສາ ມາດຫຼອມຊີວິດຂອງຕົນໃຫ້ກາຍ ເປັນສະໜາມແຫ່ງການຝຶກຝົນ ທາງຈິດວິນຍານ ນຳໄປສູ່ການທຳ ລາຍຄວາມເຫັນແກ່ຕົວທຸກຮູບ ແບບໃນຈິດໃຈຂອງຕົນເອງ.
  10. ຕາຍຢ່າງຄົນຕາຍເປັນບໍ່ຮູ້ ສຶກຢ້ານຄວາມຕາຍແຕ່ວ່າເຫັນ ຄວາມຕາຍເປັນມິດຮູ້ສຶກຂອບໃຈ ຄວາມຕາຍທີ່ເຮັດໃຫ້ຄິດເຖິງຄວາມ ໝາຍຂອງການມີຊີວິດຢູ່ສາມາດ ປ່ອຍວາງເຂົ້າໃຈມີຄວາມສະຫງົບ ມີີຄວາມສາມາດຄວບຄຸມຈິດສຸດ ທ້າຍໃຫ້ລອດພົນຈາກຄວາມທຸກ ທັງຫຼາຍ.

ຜັກແປ້ງນົວ ມີຄຸນຄ່າຫຼາຍກວ່າທີ່ຄິດ ຮັກສາພະຍາດຫຼາຍກວ່າ 100 ພະຍາດ

ປະໂຫຍດຂອງຜັກແປ້ງນົວ ຫຼື ໃບ ຊາຢາ (chaya)
1. ຊ່ວຍຮັກສາອາການຫອບຫືດ.
2. ເພີ່ມລະດັບແຄວຊຽມ ໃນຮ່າງກາຍ.
3. ຮັກສາ ແລະ ປ້ອງກັນພະຍາດເລືອດຈາງ.
4. ຄວບຄຸມນໍ້າຕານໃນເລືອດ ແລະ ຄວບຄຸມລະດັບນໍ້າຕານໃຫ້ຜູ້ເປັນເບົາຫວານ.
5. ປ້ອງກັນອາການເຈັບຫົວ.
6. ປັບປຸງການເຮັດວຽກຂອງສະ ໝອງ ແລະ ສາຍຕາ.
7. ປ້ອງກັນພະຍາດລິດສີດວງທະວານໜັກ.
8. ລ້າງພິດໃນຕັບ.
9. ຮັກສາອາການເຈັບຄໍ ແລະ ຕິດ ເຊື້ອທີ່ລໍາຄໍ.
10. ປັບສົມດຸນຂອງລະບົບການເຜົາຜານໄຂມັນໃນຮ່າງກາຍ.
11. ປ້ອງກັນເສັ້ນເລືອດຂອດ.
12. ຮັກສາພະຍາດກະດູກພ່ອຍ.
13. ຊ່ວຍພັດທະນາການຈະເລີນເຕີບໂຕໃຫ້ກັບເດັກ.
14. ຫຼຸດລະດັບ ຂອງກົດຢູລິກໃນເລືອດ ແລະ ຄວບຄຸມລະດັບໄຂມັນໃນເລືອດ.
       ພືດຊະນິດນີ້ມີປະໂຫຍດຢ່າງຫຼວງ ຫຼາຍ ເຊິ່ງສາມາດເພີ່ມພືດຊະນິດນີ້ ໃສ່ແກງ ຫຼື ໃຊ້ເປັນຊາສໍາລັບດື່ມ ແຕ່ບໍ່ຄວນບໍລິໂພກແບບສົດ.
ສ່ວນປະສົມທີ່ເປັນຊາດື່ມ
1. ໃບແປ້ງນົວ 6 ໃບ
2. ນໍ້າ 2 ຖ້ວຍ
ວິທີເຮັດ:
ນໍານໍ້າໄປຕົ້ມ ແລະ ໃສ່ໃບແປ້ງນົວລົງໄປ ຂ້ຽວປະໄວ້ປະມານ 10 ນາທີ ພຽງເທົ່ານີ້ຊາມະຫັດສະຈັນກໍສາມາດດື່ມໄດ້ແລ້ວ ເພື່ອໃຫ້ໄດ້ຜົນຮັບທີ່ດີທີ່ສຸດ ຄວນດື່ມຊາ 1ຈອກ ວັນລະ 3 ຄັ້ງກ່ອນອາຫານ ນອກຈາກນີ້ຍັງສາມາດເພີ່ມໃບແປ້ງນົວ ລົງໃນຈານຢຳສະລັດ ແລະ ໝໍ້ແກງໄດ້ອີກເຊັ່ນກັນ ແຕ່ຕ້ອງເຮັດໃຫ້ສຸກກ່ອນ.
• ຜັກແປ້ງນົວ ເປັນແຫຼ່ງທີ່ດີຂອງໂປຼຕີນ, ວິຕາມິນ, ແຄວຊຽມ,ໂພແທັວຊຽມ, ເຫຼັກ ແລະ ຍັງເປັນແຫຼ່ງທີ່ອຸດົມສົມບູນຂອງສານຕ້ານອະນຸມູນອິດສະຫຼະ ແທ້ຈິງແລ້ວ ໃບແປ້ງນົວຍັງມີລະດັບສານອາຫານສູງກວ່າຜັກໃບຂຽວຊະນິດໃດໆ ເຖິງ 2-3 ເທົ່າອີກດ້ວຍ.
ຢ່າງໃດກໍຕາມ ຜັກແປ້ງນົວດິບ ຍັງມີຜິດ ເນື່ອງຈາກມີສານກລູໂຄໄຊ ເຊິ່ງ ປົດປ່ອຍສານພິດຈໍາພວກໄຊຍາໄນອອກມາ ຈຶ່ງຈໍາເປັນຕ້ອງເຮັດໃຫ້ສຸກກ່ອນ ກິນໂດຍ ໃຊ້ເວລາປະມານ 15 ນາທີ ໃນການເຮັດໃຫ້ສຸກ ເພື່ອລິດຂອງສານທີ່ເປັນພິດໃຫ້ຢູ່ໃນລະດັບທີ່ປອດໄພ.
• ການຕົ້ມໃນພາຊະນະອາລູມີນຽມອາດຈະເຮັດໃຫ້ນໍ້າຕົ້ມເປັນພິດ ແລະ ກໍ່ໃຫ້ເກີດອາການຖອກທ້ອງໄດ້.
• ຜັກແປ້ງນົວ ສາມາດນໍາໄປປຸງອາຫານໄດ້ຫຼາຍຢ່າງ ວິທີປັບປຸງດັ້ງເດີມຢ່າງໜຶ່ງໃນແມັກຊິໂກ ແລະ ອາເມລິກາກາງ ຈະນໍາໃບໄປແຊ່ນໍ້າ ແລະ ຕົ້ມໄຟອ່ອນ ປະມານ 20 ນາທີ ຈາກນັ້ນ ເສີບກັບນໍ້າມັນ ຫຼື ເນີຍ ນອກຈາກນີ້ຍັງມີການນໍາໄປຊອຍ ແລະ ເຮັດໃຫ້ສຸກແລ້ວນໍາໄປກິນກັບເຂົ້າກໍໄດ້, ນວດປະສົມກັບມັນຝຣັ່ງບົດແລ້ວຈືນ, ປະສົມກັບໝາກເລັ່ນ ຫົວຜັກບົວໃຫຍ່, ຜັກຫອມປ້ອມ ແລະ ເຮັດເປັນແຈ່ວ ແລະ ນໍາໄປປຸງອາຫານ ອື່ນໆ.

วันศุกร์ที่ 26 กรกฎาคม พ.ศ. 2562

ຊາ 4 ຊະນິດ ຍິ່ງດື່ມ ຍິ່ງຊ່ວຍຫຼຸດນ້ຳໜັກ

      ປັດຈຸບັນນີ້, ມີຜູ້ຄົນຈຳນວນຫຼາຍຫັນມາໃສ່ໃຈສຸຂະພາບ ແລະ ຮູບຮ່າງກັນຫຼາຍຂຶ້ນ ແລະ ຫຼາຍຄົນກໍເປັນກັງວົນເລື່ອງອາຫານການກິນຢູ່ບໍ່ໜ້ອຍ  ໂດຍສະເພາະຄົົນທີ່ມັກດື່ມຊາຫຼາຍຄົນກັງວົນວ່າການດື່ມຊາອາດມີຜົນຕໍ່ນ້ຳໜັກ ໄດ້ ແຕ່ມື້ນີ້ໜັງສຶພິມ ປກສ ຈະມາໃຫ້ ຄວາມຮູ້ຊາຊະນິດຕ່າງໆທີ່ດື່ມແລ້ວຈະມາເປັນຕົວຊ່ວຍໃນການຫຼຸດນ້ຳໜັກ ແລະ ຖືເປັນການຜ່ອນຄາຍອາລົມກັບຊາຫອມໆໄປນໍາໃນໂຕ.

1. ຊາຂຽວ
ຊາຂຽວ ເປັນຊາທີ່ສາມາດໃຊ້ດື່ມເພື່ອຫຼຸດນ້ຳໜັກໄດ້ ໂດຍຜູ້ຊ່ຽວຊານ ໄດ້ ກ່າວໄວ້ວ່າ ການດື່ມຊາຂຽວນັ້ນບໍ່ແມ່ນ ວ່າດື່ມແລ້ວຈະຫຼຸດໄດ້ທັນທີ ແຕ່ຕ້ອງດື່ມເປັນປະຈຳ  ເຊິ່ງຊາຂຽວຈະຊ່ວຍເພີ່ມອັດຕາທາດເມທາບໍລິຊຶມເພີ່ມອັດຕາການເຜົາຜານຄາໂບໄຮເດດ ແລະ ທາດ ອອກຊິເດຊັນຂອງໄຂມັນເມື່ອອອກກຳລັງກາຍການດື່ມມື້ລະ 2 ເຖິງ 5ຈອກ ຕໍ່ມື້ກໍສາມາດຊ່ວຍໃນການຫຼຸດນ້ຳໜັກ ໄດ້ແລ້ວ.

2. ຊາອູ່ຫຼົງ

ໃບຊາອູ່ຫຼົງ ເມື່ອທຽບກັບໃບຊາຂຽວແລ້ວ ຈະມີຄວາມຍາວຫຼາຍກວ່າ ແຕ່ບໍ່ເທົ່າໃບຊາດຳ ເຊິ່ງຊາອູ່ຫຼົງນັ້ນມີຄຸນປະໂຫຍດຫຼາຍ ທີ່ສ່ວນໃຫຍ່ແລ້ວສົ່ງຜົນຕໍ່ການຫຼຸດນ້ຳໜັກທັງນັ້ນເລີຍ ເພາະຊາອູ່ຫຼົງນັ້ນຈະຊ່ວຍຫຼຸດຜົນກະທົບຕ່າງໆທີ່ໄດ້ຮັບຈາກໄຂມັນບໍ່ວ່າຈະເປັນການຫຼຸດປະລິມານໄຂມັນທີ່ສະສົມໃນຮ່າງກາຍ ແລະ ຍັງສາມາດເພີ່ມການເຜົາຜານໄຂມັນໄດ້ອີກ ໂດຍສິ່ງທີ່ເກີດຂື້ນເຫຼົ່ານີ້ ກໍຈະສົ່ງຜົນໃຫ້ເບິ່ງຈ່ອຍລົງພຽງດື່ມມື້ລະ 3 ຈອກຕໍ່ມື້ເທົ່ານັ້ນເອງ.

3. ຊາດຳ

ຊາດຳ ເປັນຊາທີ່ມີລົດເຂັ້ມກວ່າຊາຊະນິດອື່ນໆ ແລະ ກໍມີຄາເຟິອນຫຼາຍກວ່າຊາອື່ນໆ  ເຊັ່ນກັນສຳລັບຄົົນທີ່ມີອິນຊູລິນທີ່ມີຄວາມໄວຕ່ຳ ຈະມີຄວາມສ່ຽງທີ່ຈະຕຸ້ຍຫຼາຍກວ່າຄົນອື່ນ  ເຊິ່ງສາມາດດື່ມຊາດຳເພື່ອເພີ່ມຄວາມໄວຂອງອິນຊູລິນໄດ້.

4. ຊາກຸຫຼາບ

ຊາກຸຫຼາບ ເປັນໜຶ່ງໃນຊາທີ່ເກົ່າແກ່ທີ່ສຸດທີ່ມີຜົນໃນການປິ່ນປົວ ແລະ ການ ຫຼຸດນ້ຳໜັກ ໂດຍຊາກຸຫຼາບເຮັດມາຈາກ ໃບກຸຫຼາບສົດ ແລະ ຕາຊາປະສົມກັນ ເຊິ່ງວັດຖຸດິບເຫຼົ່ານີ້ອຸດົມໄປດ້ວຍວິຕາມິນເອ, ບີ3, ຊີ, ດີ ແລະ ອີຊາກຸຫຼາບຈະຊ່ວຍໃນການຕ້ານເຊື້ອຕ່າງໆ  ແລະ ຍັງເຮັດໃຫ້ຈ່ອຍລົງດ້ວຍການກຳຈັດສານພິດໃນຮ່າງກາຍໄດ້ນໍາອີກ.

ຄູເວດ : ຊາວບ້ານຕໍ່ແຖວ ລໍຖ້າທີ່ຈະໄດ້ຮັບອາຫານຢູ່ໃນເຂດທີ່ຖືກກັກຕົວ

    ຂ່າວ ຊີນຫົວ ສປ ຈີນ ລາຍງານວ່າປະຊາຊົນຊາວ ຄູເວດໃນເຂດ Mahboula ຢືນຢູ່ແຖວເພື່ອຮັບເອົາອາຫານ. ຫລັງຈາກລັດຖະບານຄູເວດສັ່ງປິດເຂດ Mahbula ແລະ ເຂດ ...