วันพฤหัสบดีที่ 8 สิงหาคม พ.ศ. 2562

ປະໂຫຍດທີ່ດື່ມນ້ຳຕົ້ມໝາກຫວດ

- ລັກສະນະພືດ:
ເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ, ສູງ 5-10 ເມັດ, ຊົງຟຸ່ມກົມ ຫຼື ເປັນຮູບໄຂ່, ເປືອກລຳຕົ້ນເປັນສີນ້ຳຕານ ແຕກເປັນຮ່ອງຕາມທາງຍາວ, ກິ່ງເປັນຮູບກະບອກເປັນຮ່ອງຢູ່ກິ່ງກ້ານມີຂົນລະອຽດ. ໃບປະສົມແບບຂົນນົກປາຍຄູ່ລຽນວຽນສະຫຼັບ, ກ້ານໃບປະສົມຍາວ 10-30 ຊັງຕີແມັດ, ໃບຍ່ອຍປະມານ 3-6 ຄູ່, ຮູບໄຂ່, ປາຍໃບແຫຼມ, ໃບ ກວ້າງ 2-11 ຊັງຕີແມັດ ແລະ ຍາວ 3- 30 ຊັງຕີແມັດ.

     ແຜ່ນໃບເປັນສີຂຽວເຂັ້ມ, ຜິວໃບດ້ານລຸ່ມມີສີອ່ອນກວ່າ, ຜິວໃບມີຂົນນຸ້ມປົກຄຸມຢູ່ທັງສອງດ້ານ, ແຜ່ນໃບບາງແຕ່ ຂ້ອນຂ້າງໜຽວ, ສ່ວນໃບອ່ອນມີສີນ້ຳ ຕານອົມຂຽວ, ດອກສີຂາວປົນສີເຫຼືອງ ອ່ອນໆ, ອອກເປັນຊໍ່ແບບແຕກແໜງຕັ້ງ ຈາກປາຍຍອດ ຫຼື ໃບໃກ້ປາຍຍອດ ມີ ຄວາມຍາວເຖີງ 50 ຊັງຕີແມັດ, ດອກ ຍ່ອຍເປັນສີຂາວມີຂະໜາດນ້ອຍ ແລະ ມີກິ່ນຫອມອ່ອນໆ.

     ດອກເປັນແບບແຍກເພດ, ກີບ ດອກ 4-5 ກີບ, ກ້ຽງ ຫຼື ມີຂົນ, ກີບ ດອກເປັນສີຂາວ, ແລະ ມີເກັດນ້ອຍ 1 ເກັດ ທີ່ມີສັນໂນນ 2 ເສັ້ນ, ດອກມີເກ ສອນເພດຜູ້ 8 ອັນ, ກ້ານເກສອນມີຂົນ ສີນ້ຳຕານອ່ອນໆ, ສ່ວນກ້ານເກສອນ ເພດແມ່ ຍາວ ແລະ ບໍ່ມີຂົນ, ດອກມີ 5 ກີບ, ຮູບເຄິ່ງວົງກົມ, ກີບນອກ 2 ກີບ ຈະນ້ອຍກວ່າກີບໃນ ແລະ ມີຂົນຢູ່ດ້ານ ນອກ.

ລັກສະນະຂອງໝາກ: ມີຜິວກ້ຽງ, ມີຂະໜາດກວ້າງປະມານ 0,5-1 ຊັງຕີ ແມັດ ແລະ ຍາວປະມານ 1,5-2 ຊັງຕີ ແມັດ, ໝາກອ່ອນເປັນສີຂຽວ ເມື່ອສຸກ ແລ້ວຈະປ່ຽນເປັນສີເຫຼືອງແດງ ແລະ ຈະປ່ຽນເປັນສີມ່ວງດຳເມື່ອແກ່ເຕັມທີ່.

-ການນຳໃຊ້:
ຮາກ ແລະ ໃບໝາກຫວດ: ໃຊ້ປະສົມກັບສະໝຸນໄພອື່ນຕົ້ມກັບນ້ຳດື່ມ ເປັນຢາແກ້ຊາງ ( ພະຍາດໃນເດັກນ້ອຍທີ່ມີອາການເບື່ອອາຫານ, ຊຶມ, ລີ້ນເປັນ ຝ້າ, ມີເມັດຂຶ້ນໃນປາກ ແລະ ຄໍ).
- ແກ່ນ: ນຳມາຕົ້ມກັບນ້ຳໃຫ້ເດັກ ນ້ອຍດື່ມເປັນຢາແກ້ຊາງ, ແກ້ໄອ, ນອນໂກນ, ແກ້ໄອຫອບໃນເດັກ, ໄອຊ້ຳເຮື້ອ.
- ຮາກ: ໃຊ້ຕຳພອກໃສ່ຫົວແກ້ອາ ການເຈັບຫົວ ຫຼື ໃຊ້ຮາກຝົນກັບເຫຼົ້າ ຂາວແລ້ວນຳມາພອກກໍໄດ້. ນອກນັ້ນ, ໃບອ່ອນໝາກຫວດຍັງໃຊ້ກິນເປັນຜັກສົດໄດ້ ໂດຍການລວກ, ຕົ້ມກິນກັບແຈ່ວ, ປົ່ນ ຫຼື ໃຊ້ໃນສ່ວນແກງຜັກລວມໃສ່ປາແຫ້ງ ແລະ ຊາວບ້ານຍັງນຳມາໃຊ້ຮອງ ພື້ນຄຸມເຂົ້າທີ່ຈະໃຊ້ເຮັດເຂົ້າໜົມເພື່ອ ຊ່ວຍກັນບູດໄດ້ອີກດ້ວຍ.

ไม่มีความคิดเห็น:

แสดงความคิดเห็น

ຄູເວດ : ຊາວບ້ານຕໍ່ແຖວ ລໍຖ້າທີ່ຈະໄດ້ຮັບອາຫານຢູ່ໃນເຂດທີ່ຖືກກັກຕົວ

    ຂ່າວ ຊີນຫົວ ສປ ຈີນ ລາຍງານວ່າປະຊາຊົນຊາວ ຄູເວດໃນເຂດ Mahboula ຢືນຢູ່ແຖວເພື່ອຮັບເອົາອາຫານ. ຫລັງຈາກລັດຖະບານຄູເວດສັ່ງປິດເຂດ Mahbula ແລະ ເຂດ ...