วันศุกร์ที่ 2 สิงหาคม พ.ศ. 2562

4 ພະຍາດທີ່ເກີດຈາກການເກິນ "ເຜັດ"

1. ພະຍາດຖອກທ້ອງ: 

ເປັນພະຍາດອັນດັບທຳອິດ ທີ່ມັກເກີດຈາກການກິນເຜັດ; ເຊິ່ງຄວາມຈິງແລ້ວຄວາມເຜັດຂອງໝາກເຜັດ ບໍ່ໄດ້ເຮັດໃຫ້ກິນໝາກເຜັດ ແລ້ວເຈັບທ້ອງໂດຍກົງ ແຕ່ເພາະສານແຄັບໄຊຊິນ ທີ່ເຮັດໃຫ້ອຸນຫະພູມໃນຮ່າງກາຍສູງຂຶ້ນ ຮ່າງກາຍຈຶ່ງພະຍາຍາມຫຼຸດອຸນຫະພູມດ້ວຍການຂັບອອກມາທາງເຫື່ອ ແລະ ເຮັດໃຫ້ຮູ້ສຶກຫິວນ້ຳ ເມື່ອດື່ມນ້ຳໄປຫຼາຍໆສານແຄັບໄຊຊິນ ທີ່ບໍ່ສາມາດຍ່ອຍໄດ້ໝົດຮ່າງກາຍ ຈຶ່ງພະຍາຍາມຂັບສານນີ້ອອກໄປໃຫ້ກະເພາະ ແລະ ລຳໄສ້ເຄື່ອນໄຫວຢ່າງວ່ອງໄວ ອາຫານທີ່ກິນລົງໄປ ຈະເຄື່ອນຜ່ານລະບົບຍ່ອຍອາຫານໄວຜິດປົກກະຕິ ເມື່ອໄປລວມກັບນ້ຳທີ່ກິນເຂົ້າໄປຫຼາຍໆ ຈຶ່ງເປັນທີ່ມາຂອງອາການເຈັບທ້ອງ ຫຼື ຖ່າຍເປັນນ້ຳນັ້ນ ເອງ.

2. ພະຍາດຫົວໃຈ:

ອາຫານລົດຊາດເຜັດ ເຮັດໃຫ້ລະບົບໝຸນວຽນໃນເລືອດດີຂຶ້ນ ບາງຄັ້ງກໍອາດຈະດີຫຼາຍ ໄປຈົນເຮັດໃຫ້ຫົວໃຈເຮັດວຽກໜັກຂຶ້ນ. ດັ່ງນັ້ນ, ໃຜທີ່ກິນເຜັດຫຼາຍໆ ອາດຈະເພີ່ມຄວາມສ່ຽງໃນການເປັນພະຍາດຫົວໃຈໄດ້ ສ່ວນຜູ້ທີ່ເປັນພະຍາດຫົວໃຈຢູ່ແລ້ວຄວນລະມັດລະວັງ ແລະ ຫຼຸດລະດັບຄວາມເຜັດລົງ.

3. ພະຍາດກະເພາະອາຫານ:

ເຊື່ອວ່າການກິນເຜັດເຮັດໃຫ້ເປັນພະຍາດ ກະເພາະອາຫານ ເຊິ່ງບໍ່ເປັນຄວາມຈິງແຕ່ຢ່າງໃດ ພຽງແຕ່ວ່າການກິນເຜັດນັ້ນຈະໄປກະຕຸ້ນພະຍາດກະເພາະອາຫານ ທີ່ມີຢູ່ແລ້ວໃຫ້ມີອາການບໍ່ດີ ຈາກງານວິໄຈທີ່ເຄີຍຕີພິມໃນວາລະ ສານ Journal of the American Medical Association ໄດ້ລະບຸວ່າ: ລົດເຜັດຈາກໝາກເພັດບໍ່ໄດ້ເຮັດໃຫ້ເປັນພະຍາດກະເພາະອາຫານ ແລະ ບໍ່ໄດ້ເຮັດໃຫ້ກະເພາະເປັນບາດແຜເພາະລຳໄສ້ ແລະ ກະເພາະບໍ່ໄດ້ຖືກທຳລາຍຈາກການກິນເຜັດແຕ່ຢ່າງໃດ ສ່ວນຄົນທີ່ກຳລັງເປັນພະຍາດກະເພາະຫຼັງກິນເຜັດກໍ່ເກີດຈາກສານແຄັບ ໄຊຊິນ ມີລິດເປັນກົດ ເຊິ່ງໄປກະຕຸ້ນໃຫ້ຫຼອດອາຫານຫົດເກັງ ເຮັດໃຫ້ຮູ້ສຶກເຈັບແໜ້ນທ້ອງ ດັ່ງນັ້ນ,ໃຜທີ່ເປັນພະຍາດກະເພາະອາຫານ ຫຼື ເປັນບາດແຜໃນກະເພາະອາຫານຢູ່ແລ້ວຄວນໄປຮັກສາໃຫ້ດີກ່ອນ ແລະ ຫຼີກລ່ຽງການກິນອາ ຫານທີ່ເຜັດ.

4. ຍຶ່ງທ້ອງ ແໜ້ນທ້ອງ:

ໂດຍປົກກະຕິແລ້ວ ລົດເຜັດຮ້ອນຈາກ ໝາກເຜັດ ຈະຊ່ວຍຂັບລົມ ແຕ່ເພາະວ່າສານ ແຄັບໄຊຊິນ ເປັນກົດ ເມື່ອກິນໝາກເພັດໃນປະລິມານຫຼາຍໆ ຈະເຮັດໃຫ້ມີກົດຫຼາຍໃນກະເພາະອາຫານ ອາດຈະມີອາການຍຶ່ງທ້ອງແໜ້ນ ທ້ອງຈາກກົດຫຼາຍເກີນໄປ ແຕ່ວ່າສຳລັບຄົນປົກກະຕິທົ່ວໄປກໍຈະກິນເຜັດເລັກໜ້ອຍ ຈາກຈານອາຫານມາປະກອບກັບໝາກເຜັດ ສາມາດກິນ ອາຫານໄດ້ຢ່າງປອດໄພເກືອບບໍ່ສົ່ງຜົນໃດໆຕໍ່ຮ່າງກາຍ.
     ເຖິງຢ່າງໃດກໍຕາມ, ອາຫານມີທັງໃຫ້ປະໂຫຍດ ແລະ ໂທດຕໍ່ຮ່າງກາຍ ສະນັ້ນແລ້ວ ບໍ່ວ່າຈະກິນເພັດຫຼາຍ ຫຼື ກິນຫຼາຍເກີນໄປ ເພາະມັນຈະໃຫ້ໂທດຫຼາຍກວ່າໄດ້ປະໂຫຍດ. 

ไม่มีความคิดเห็น:

แสดงความคิดเห็น

ຄູເວດ : ຊາວບ້ານຕໍ່ແຖວ ລໍຖ້າທີ່ຈະໄດ້ຮັບອາຫານຢູ່ໃນເຂດທີ່ຖືກກັກຕົວ

    ຂ່າວ ຊີນຫົວ ສປ ຈີນ ລາຍງານວ່າປະຊາຊົນຊາວ ຄູເວດໃນເຂດ Mahboula ຢືນຢູ່ແຖວເພື່ອຮັບເອົາອາຫານ. ຫລັງຈາກລັດຖະບານຄູເວດສັ່ງປິດເຂດ Mahbula ແລະ ເຂດ ...