ມຶ້ນີ້ໜັງສຶພິມ ປກສ ໄດ້ນຳສະເໜີ ສະໝຸນໄພ 5 ຊະນິດທີ່ຄວນກິນທຸກມື້ (ເປັນອາຫານ) ເພື່ອກະຕຸ້ນພູມຄຸ້ມກັນ
ໃຫ້ຮ່າງກາຍແຂງແຮງມາຝາກທຸກທ່ານ ນັ້ນກໍຄື:
ອັນດັບທີ 5 : ນ້ຳໝາກນາວ ແລະ ນ້ຳໝາກຂີ້ຫູດ.
ເປັນຢາລົດຊາດສົ້ມ ແກ້ຂີ້ກະເທີ່ໃນຄໍແກ້ໄອ ແກ້ນ້ຳລາຍໜຽວ ບຳລຸງເລືອດເຮັດໃຫ້ສຽງແຫບແຫ້ງດີຂຶ້ນ, ລະງັບຄວາມຮ້ອນໃນຮ່າງກາຍໄດ້ ໂດຍການຢອດລົງໃນນ້ຳ ຊາຈີນອຸ່ນໆແລ້ວດື່ມຮູ້ສຶກໂລ່ງໃນລຳຄໍ ແລະ ຫຼອດລົມ ຊ່ວຍປ້ອງ ກັນການເປັນ ຫວັດໄດ້ ໃນເມື່ອກ່ອນໃຊ້ໃບໝາກນາວ 108 ໃບ ຕົ້ມກິນເປັນຢາ ລ້າງຂີ້ກະເທີ່ໃນຄໍ ແລະ ຟອກເລືອດຊ່ວຍ ປ້ອງກັນຄວາມ ດັນເລືອດສູງ.ອັນດັບທີ 4 : ຂີ້ໝິ້ນ.
ເປັນສະໝຸນໄພພື້ນຖານທີ່ໃຊ້ຮັກ ສາອາການອັກເສບໃນອະໄວຍະວະຕ່າງໆມາຫຼາຍຮ້ອຍປີ, ກິນຜົງຂີ້ໝິ້ນລະລາຍກັບນ້ຳເຜິ້ງ ເປັນຢາບຳບຸງປອດສະໝານ ແຜອັກເສບໃນປອດ ໝໍ້ຢາຕົ້ມເປັນນ້ຳສະໝຸນໄພລວມມີ ຫົວສີໄຄ, ຫອມບົ່ວ, ຂີ້ໝິ້ນ ຈິບອຸ່ນໆດີໄຂ້ຫວັດ (ກະຕຸ້ນພູມ ຄຸ້ມກັນ).
ອັນດັບທີ 3 : ພິກໄທ.
ຄວນກິນພິກໄທເປັນເຄື່ອງປຸງທີ່ປຸງໃນອາຫານ ເຊັ່ນ: ເຂົ້າຕົ້ມ ແກງຈືດຕ່າງໆ ປະລິມານພິກໄທທີ່ຫຼາຍເກີນໄປ ອາດລະຄາຍເຄືອງຕໍ່ກະເພາະອາຫານ ເຮັດໃຫ້ເຈັບທ້ອງ ແຕ່ເປັນຢາກຳຈັດໄຂມັນ ສ່ວນເກີນ ກະຕຸ້ນການເຜົາຜານໄຂມັນ.
ອັນດັບທີ 2 : ຂີງ.
ລົດຊາດເຜັດຮ້ອນມີນ້ຳມັນຫອມ ລະເຫີຍທີ່ເປັນປະໂຫຍດຕໍ່ຫົວໃຈ ໄລ່ ລົມ ໃຫ້ຄວາມອົບອຸ່ນໃນຮ່າງກາຍຢາມທີ່ໜາວ ກິ່ນຫອມເຮັດໃຫ້ຫາຍໃຈສະ ດວກ ແນະນຳໃຫ້ກິນນ້ຳຂີງອຸ່ນໆປະສົມນົມຮ້ອນບຳບຸງຮ່າງກາຍບຳລຸງປອດ.ອັນດັບທີ 1 : ໝາກຂາມປ້ອມ.
ຊາວອິນເດຍຈັດໃຫ້ໝາກຂາມປ້ອມເປັນໝາກໄມ້ (ຕ້ານຄວາມແກ່ຊະ ລາ), ມີລົດຊາດຫວານ, ລົດຊາດເຢັນ, ມີລົດຊາດຝາດ, ລົດແຫ້ງ ກິນຊ່ວຍແກ້ ຂີ້ກະເທີ່.


ไม่มีความคิดเห็น:
แสดงความคิดเห็น