ຕອນຮຽນຈົບມັດທະຍົມຕອນປາຍ ຂ້ອຍເສັງເຂົ້າມະຫາວິທະຍາໄລບໍ່ໄດ້ຈັກບ່ອນເລີຍ. ເພື່ອນຂອງແມ່
ໄດ້ມາລົມກັບແມ່ຂ້ອຍຝັງວ່າ: ລູກຊາຍຂອງລາວໄດ້ສອບເສັງຜ່ານມະຫາວິທະຍາໄລທີ່ມີຊື່ສຽງ. ລາວພູມໃຈກັບລູກຊາຍຂອງລາວຫຼາຍ.
ສຳລັບຂ້ອຍ, ຂ້ອຍສອບເສັງບໍ່ຕິດບ່ອນ
ກໍ່ເລີຍອອກມາຊອກວຽກເຮັດ.
ຜ່ານໄປໄດ້ສອງສາມປີ ໝູ່ຂອງແມ່ຂ້ອຍກັບມາບອກແມ່ຂ້ອຍວ່າ: ລູກຊາຍຂອງລູກຊາຍຈົບ Dr. ແລ້ວ ດຽວນີ້ກຳລັງເຮັດວຽກເປັນຄູສອນຢູ່ມະຫາວິທະຍາໄລ
ເງິນເດືອນປະມານ 2-3 ລ້ານກີບ. ແລ້ວກໍ່ເລີຍຖາມແມ່ວ່າ: ແລ້ວລູກຊາຍຂອງເຈົ້າແດ່?
ເຮັດວຽກຫຍັງ? ຮຽນຈົບຢູ່ໃສ? ແມ່ຂ້ອຍເລີຍຕອບລາວວ່າ:" ດຽວນີ້ລູກຂ້ອຍຕັ້ງອູ່ແປງລົດ." ເງິນເດືອນບໍມີ ເພາະເປັນເງິນຂອງລູກຂ້ອຍທັງໝົດ” ນີ້ຄືຄຳຕອນທີ່ແມ່ຂ້ອຍຕອບລາວ.
ເລື່ອງນີ້ມັນສະທ້ອນວ່າ: "ທ່ານບໍ່ຈຳ ເປັນຕ້ອງຮຽນຈົບມະຫາວິທະຍາໄລ. ຖ້າຫາກທ່ານມີຄວາມດຸໝັ່ນຂະຫຍັນພຽນ
"
ມີຫຼາຍໆຄົນທີ່ຮຽນບໍຈົບກໍສາມາດເປັນເຈົ້າຂອງທຸກິດຊື່ດັງເຊັ່ນ: ບີວເກດ (ເຈົ້າພໍ່ ໄມໂຄຊອບ)


ไม่มีความคิดเห็น:
แสดงความคิดเห็น