วันอังคารที่ 27 สิงหาคม พ.ศ. 2562

5 ຂໍ້ໃນຊີວິດຈິງທີ່ພິສູດວ່າ ຜູ້ຊາຍຄົນນີ້ມັກເຮົາແທ້ (ຖ້າຖືກໃຈ ຊ່ວຍກົດຕິດຕາມ BLogger ໃຫ້ແດ່)


   ດຽວຄົນນີ້ກໍ່ຍິ້ມໃຫ້ ດຽວຄົນນັ້ນກໍ່ມາແຕະບ່າ ດຽວຄົນນີ້ກໍ່ສົ່ງສາຍຕາໃຫ້ ທ່າທາງແບບນີ້ເຂົາເອີ້ນວ່າແອບມັກ ແຕ່ຈະມັກແທ້ຫຼືບໍ່ນັ້ນ ຕ້ອງມີສິ່ງທີ່ພິສູດວ່າໜຸ່ມຄົນນີ້ມັກເຮົາແທ້ ຫຼື ບໍ່.
1. ຖືກກະເປົາໃຫ້
ຖ້າມີໂອກາດໄດ້ໄປຊ໊ອບປິ້ງ ສັງເກດເບິ່ງວ່າ ເຂົາຄົນນັ້ນມັກຈະຄອຍຍື່ນມືມາຊ່ວຍເຫຼືອ ຈັບນັ້ນຈັບນີ້ໃຫ້ ເພາະທຸກຢ່າງທີ່ເປັນຂອງເຮົາໜຸ່ມໆມັກຈະໃຫ້ຄວາມໃສ່ໃຈສະເໝີ ນັ້ນສະແດງວ່າເຂົາແຄເຈົ້າ ຢາກມີສ່ວນຮ່ວມກັບເຈົ້າ ແລະ ບໍ່ຄິດວ່າການຖືກະເປົາໃຫ້ນັ້ນເປັນສິ່ງທີ່ໜ້າອາຍ ນອກຈາກວ່າເຈົ້ານັ້ນຈະອາຍເອງ.
2. ປົກປ້ອງເຈົ້າ
ປົກປ້ອງໃນທີ່ນີ້ ບໍ່ໄດ້ໝາຍເຖິງວ່າຕ້ອງເປັນຮີໂຣໄປກຳຈັດນັກເລງທີ່ເຂົ້າມາທຳຮ້າຍເຈົ້າຄືໃນໜັງ ແຕ່ລວມໄປເຖິງສິ່ງທີ່ເຮັດໃຫ້ເຈົ້າອາດເສຍຫາຍ ຫຼື ບັນທອນຈິດໃຈ ເຂົາຈະຄອຍຊ່ວຍເຫຼືອເຈົ້າຢູ່ທາງຫຼັງ ຫຼື ເຊິ່ງໜ້າສະເໝີ ຢ່າງເຊັ່ນ ການຖືກນິນທາໃຫ້ຮ້າຍ ຫຼື ຢູ່ສະຖານທີ່ໆມີຄົນຫຼາຍທີ່ບຽດກັນ ລອງຈັບຕາເບິ່ງວ່າ ຖ້າເຂົາເຮັດແບບນັ້ນກັບເຈົ້າສະແດງວ່າເຂົາຮັກເຈົ້າຢາກປົກປ້ອງເຈົ້າ ຢ່າປ່ອຍໃຫ້ຄົນແບບນີ້ຫຼຸດມືໄປເດັດຂາດ.
3. ໄປຫາຢູ່ບ່ອນເຮັດວຽກ.
ບໍ່ວ່າຈະໄປຫາຢູ່ບ່ອນເຮັດວຽກ ຫຼື ໂຮງຮຽນ ໃນຍາມພັກທ່ຽງ ຫຼື ພັກເບກ ກໍ່ສະແດງໃຫ້ເຫັນວ່າເຂົາໃຫ້ຄວາມສຳຄັນກັບເຈົ້າເປັນອັນດັບໜຶ່ງ ລອງຄິດເບິ່ງວ່າ ສຳລັບເຮົາຖ້າຄົນບໍ່ສຳຄັນຈະຢາກສະຫຼະເວລາໄປຫາເຮັດຫຍັງ ບາງຄົນຖ້າມີວຽກຕ້ອງພົບກັນແທ້ໆ ຫາກບໍ່ໄດ້ຄິດຫຍັງອາດຈະນັດເຈິກັນໃນໂຮງອາຫານ ຫຼື ບ່ອນອື່ນ ບໍ່ເຫັນຕ້ອງໄປຫາເຖິງທີ່ ໂດຍສະເພາະສາວໆທີ່ເຮັດວຽກແລ້ວ ຖ້າມີໜຸ່ມໆໄປຫາຮອດຫ້ອງການ ສະແດງວ່າເຂົາມັກເຈົ້າເຂົ້າແລ້ວ.
4. ຍອມສະຫຼະລາຍການທີ່ມັກ ຫຼື ນັດສຳຄັນ ເພື່ອໄປຫາເຈົ້າ.
ຜູ້ຊາຍສ່ວນໃຫຍ່ ມັກຈະມີລາຍການທີ່ມັກເປັນຂອງຕົວເອງ ຫຼື ກະທັ້ງແຕ່ນັດສຳຄັນກັບເພື່ອນໆທີ່ບໍ່ເຄີຍພາດ ແຕ່ຖ້າຫາກເຂົາຍອມຖິ້ມນັດສຳຄັນ ຫຼື ຍອມພາດລາຍການມັກ ພຽງເພື່ອໄດ້ພົບກັບເຈົ້າ ຫຼື ປ່ອຍໃຫ້ເຈົ້າໄດ້ເບິ່ງລາຍການມັກຂອງຕົວເອງແທນ ອາດຈະເບິ່ງຄືຄວາມເກງໃຈ ແຕ່ບໍ່ສຳຄັນແທ້ຈະເຮັດຂະໜາດນີ້ຫວາ.
5. ເບິ່ງແຍງໃນຍາມບໍ່ສະບາຍ
ສິ່ງທີ່ຈະເຫັນໄດ້ຊັດທີ່ສຸດວ່າເຂົາຄົນນັ້ນມີໃຈໃຫ້ເຮົາຫຼືບໍ່ ກໍ່ຄືຕອນທີ່ເຮົາບໍ່ສະບາຍນີ້ແຫຼະ ບໍ່ວ່າເຮົາຈະສະໜິດກັບເຂົາ ຫຼື ບໍ່ຄ່ອຍສະໜິດ ສັງເກດໃຫ້ດີວ່າເຂົາຄົນນັ້ນພະຍາຍາມຄອຍແວ່ມາຫາເຈົ້າເພື່ອມາເບິ່ງອາການ ຫຼື ຊື້ຂອງມາຕ້ອນຫາແນວມາໃຫ້ກິນດ້ວຍຄວາມເປັນຫ່ວງ.

     ເປັນແນວໃດກັນແນ່ 5 ຂໍ້ນີ້ ມີໜຸ່ມໃກ້ຕົວ ຫຼື ໄກຕົວເຈົ້າຄົນໃດທີ່ມີພຶດຕິກຳເຂົ້າຂ່າຍວ່າມັກເຈົ້າຢູ່ ຖ້າມີກໍ່ຂໍສະແດງຄວາມຍິນດີນຳຫຼາຍໆ ເພາະເຈົ້າຄືຄົນທີ່ໂຊກດີທີ່ສຸດຄົນໜຶ່ງ.

ไม่มีความคิดเห็น:

แสดงความคิดเห็น

ຄູເວດ : ຊາວບ້ານຕໍ່ແຖວ ລໍຖ້າທີ່ຈະໄດ້ຮັບອາຫານຢູ່ໃນເຂດທີ່ຖືກກັກຕົວ

    ຂ່າວ ຊີນຫົວ ສປ ຈີນ ລາຍງານວ່າປະຊາຊົນຊາວ ຄູເວດໃນເຂດ Mahboula ຢືນຢູ່ແຖວເພື່ອຮັບເອົາອາຫານ. ຫລັງຈາກລັດຖະບານຄູເວດສັ່ງປິດເຂດ Mahbula ແລະ ເຂດ ...