วันอังคารที่ 27 สิงหาคม พ.ศ. 2562

5 ຂໍ້ໃນຊີວິດຈິງທີ່ພິສູດວ່າ ຜູ້ຊາຍຄົນນີ້ມັກເຮົາແທ້ (ຖ້າຖືກໃຈ ຊ່ວຍກົດຕິດຕາມ BLogger ໃຫ້ແດ່)


   ດຽວຄົນນີ້ກໍ່ຍິ້ມໃຫ້ ດຽວຄົນນັ້ນກໍ່ມາແຕະບ່າ ດຽວຄົນນີ້ກໍ່ສົ່ງສາຍຕາໃຫ້ ທ່າທາງແບບນີ້ເຂົາເອີ້ນວ່າແອບມັກ ແຕ່ຈະມັກແທ້ຫຼືບໍ່ນັ້ນ ຕ້ອງມີສິ່ງທີ່ພິສູດວ່າໜຸ່ມຄົນນີ້ມັກເຮົາແທ້ ຫຼື ບໍ່.
1. ຖືກກະເປົາໃຫ້
ຖ້າມີໂອກາດໄດ້ໄປຊ໊ອບປິ້ງ ສັງເກດເບິ່ງວ່າ ເຂົາຄົນນັ້ນມັກຈະຄອຍຍື່ນມືມາຊ່ວຍເຫຼືອ ຈັບນັ້ນຈັບນີ້ໃຫ້ ເພາະທຸກຢ່າງທີ່ເປັນຂອງເຮົາໜຸ່ມໆມັກຈະໃຫ້ຄວາມໃສ່ໃຈສະເໝີ ນັ້ນສະແດງວ່າເຂົາແຄເຈົ້າ ຢາກມີສ່ວນຮ່ວມກັບເຈົ້າ ແລະ ບໍ່ຄິດວ່າການຖືກະເປົາໃຫ້ນັ້ນເປັນສິ່ງທີ່ໜ້າອາຍ ນອກຈາກວ່າເຈົ້ານັ້ນຈະອາຍເອງ.
2. ປົກປ້ອງເຈົ້າ
ປົກປ້ອງໃນທີ່ນີ້ ບໍ່ໄດ້ໝາຍເຖິງວ່າຕ້ອງເປັນຮີໂຣໄປກຳຈັດນັກເລງທີ່ເຂົ້າມາທຳຮ້າຍເຈົ້າຄືໃນໜັງ ແຕ່ລວມໄປເຖິງສິ່ງທີ່ເຮັດໃຫ້ເຈົ້າອາດເສຍຫາຍ ຫຼື ບັນທອນຈິດໃຈ ເຂົາຈະຄອຍຊ່ວຍເຫຼືອເຈົ້າຢູ່ທາງຫຼັງ ຫຼື ເຊິ່ງໜ້າສະເໝີ ຢ່າງເຊັ່ນ ການຖືກນິນທາໃຫ້ຮ້າຍ ຫຼື ຢູ່ສະຖານທີ່ໆມີຄົນຫຼາຍທີ່ບຽດກັນ ລອງຈັບຕາເບິ່ງວ່າ ຖ້າເຂົາເຮັດແບບນັ້ນກັບເຈົ້າສະແດງວ່າເຂົາຮັກເຈົ້າຢາກປົກປ້ອງເຈົ້າ ຢ່າປ່ອຍໃຫ້ຄົນແບບນີ້ຫຼຸດມືໄປເດັດຂາດ.
3. ໄປຫາຢູ່ບ່ອນເຮັດວຽກ.
ບໍ່ວ່າຈະໄປຫາຢູ່ບ່ອນເຮັດວຽກ ຫຼື ໂຮງຮຽນ ໃນຍາມພັກທ່ຽງ ຫຼື ພັກເບກ ກໍ່ສະແດງໃຫ້ເຫັນວ່າເຂົາໃຫ້ຄວາມສຳຄັນກັບເຈົ້າເປັນອັນດັບໜຶ່ງ ລອງຄິດເບິ່ງວ່າ ສຳລັບເຮົາຖ້າຄົນບໍ່ສຳຄັນຈະຢາກສະຫຼະເວລາໄປຫາເຮັດຫຍັງ ບາງຄົນຖ້າມີວຽກຕ້ອງພົບກັນແທ້ໆ ຫາກບໍ່ໄດ້ຄິດຫຍັງອາດຈະນັດເຈິກັນໃນໂຮງອາຫານ ຫຼື ບ່ອນອື່ນ ບໍ່ເຫັນຕ້ອງໄປຫາເຖິງທີ່ ໂດຍສະເພາະສາວໆທີ່ເຮັດວຽກແລ້ວ ຖ້າມີໜຸ່ມໆໄປຫາຮອດຫ້ອງການ ສະແດງວ່າເຂົາມັກເຈົ້າເຂົ້າແລ້ວ.
4. ຍອມສະຫຼະລາຍການທີ່ມັກ ຫຼື ນັດສຳຄັນ ເພື່ອໄປຫາເຈົ້າ.
ຜູ້ຊາຍສ່ວນໃຫຍ່ ມັກຈະມີລາຍການທີ່ມັກເປັນຂອງຕົວເອງ ຫຼື ກະທັ້ງແຕ່ນັດສຳຄັນກັບເພື່ອນໆທີ່ບໍ່ເຄີຍພາດ ແຕ່ຖ້າຫາກເຂົາຍອມຖິ້ມນັດສຳຄັນ ຫຼື ຍອມພາດລາຍການມັກ ພຽງເພື່ອໄດ້ພົບກັບເຈົ້າ ຫຼື ປ່ອຍໃຫ້ເຈົ້າໄດ້ເບິ່ງລາຍການມັກຂອງຕົວເອງແທນ ອາດຈະເບິ່ງຄືຄວາມເກງໃຈ ແຕ່ບໍ່ສຳຄັນແທ້ຈະເຮັດຂະໜາດນີ້ຫວາ.
5. ເບິ່ງແຍງໃນຍາມບໍ່ສະບາຍ
ສິ່ງທີ່ຈະເຫັນໄດ້ຊັດທີ່ສຸດວ່າເຂົາຄົນນັ້ນມີໃຈໃຫ້ເຮົາຫຼືບໍ່ ກໍ່ຄືຕອນທີ່ເຮົາບໍ່ສະບາຍນີ້ແຫຼະ ບໍ່ວ່າເຮົາຈະສະໜິດກັບເຂົາ ຫຼື ບໍ່ຄ່ອຍສະໜິດ ສັງເກດໃຫ້ດີວ່າເຂົາຄົນນັ້ນພະຍາຍາມຄອຍແວ່ມາຫາເຈົ້າເພື່ອມາເບິ່ງອາການ ຫຼື ຊື້ຂອງມາຕ້ອນຫາແນວມາໃຫ້ກິນດ້ວຍຄວາມເປັນຫ່ວງ.

     ເປັນແນວໃດກັນແນ່ 5 ຂໍ້ນີ້ ມີໜຸ່ມໃກ້ຕົວ ຫຼື ໄກຕົວເຈົ້າຄົນໃດທີ່ມີພຶດຕິກຳເຂົ້າຂ່າຍວ່າມັກເຈົ້າຢູ່ ຖ້າມີກໍ່ຂໍສະແດງຄວາມຍິນດີນຳຫຼາຍໆ ເພາະເຈົ້າຄືຄົນທີ່ໂຊກດີທີ່ສຸດຄົນໜຶ່ງ.

วันเสาร์ที่ 17 สิงหาคม พ.ศ. 2562

ຊາຍສະຫຼາດ


   ຜູ້ຄົນໄດ້ເຂົ້າມາຫາຜູ້ຊາຍ ສະຫຼາດຄົນໜຶ່ງ, ທຸກຄົນມັກຈົ່ມບັນຫາດຽວກັນທຸກໆຄັ້ງ. ມື້ໜຶ່ງ ລາວເລົ່າເລື່ອງຕະຫລົກໃຫ້ພວກເຂົາຟັງ ຫຼັງຈາກນັ້ນທຸກຄົນກໍ່ຫົວຂວັນ.


    ສອງສາມນາທີຜ່ານໄປ, ລາວໄດ້ເລົ່າເລື່ອງຕະຫລົກເລື່ອງເກົ່າໃຫ້ພວກເຂົາຟັງອີກ, ແຕ່ມີພຽງແຕ່ສອງສາມຄົນເທົ່ານັ້ນທີ່ຍິ້ມ.
   ເມື່ອລາວເວົ້າເລື່ອງຕະຫລົກດຽວກັນເປັນຄັ້ງທີສາມ ບໍ່ມີໃຜຫົວຂວັນອີກຕໍ່ໄປ.
ຄົນສະຫລາດຍິ້ມແລ້ວເວົ້າວ່າ:
"ທ່ານບໍ່ສາມາດຫົວເລາະເລື່ອງຕະຫລົກດຽວກັນ ຊ້ຳແລ້ວ ຊ້ຳອີກ. ສະນັ້ນເປັນຫຍັງພວກເຈົ້າຈຶ່ງຮ້ອງໄຫ້ກ່ຽວກັບບັນຫາດຽວກັນຊ້ຳໆ...?”

วันอังคารที่ 13 สิงหาคม พ.ศ. 2562

ບໍ່ຮຽນໄດ້ບໍ ???



ອນຮຽນຈົບມັດທະຍົມຕອນປາຍ ຂ້ອຍເສັງເຂົ້າມະຫາວິທະຍາໄລບໍ່ໄດ້ຈັກບ່ອນເລີຍ. ເພື່ອນຂອງແມ່ ໄດ້ມາລົມກັບແມ່ຂ້ອຍຝັງວ່າ: ລູກຊາຍຂອງລາວໄດ້ສອບເສັງຜ່ານມະຫາວິທະຍາໄລທີ່ມີຊື່ສຽງ. ລາວພູມໃຈກັບລູກຊາຍຂອງລາວຫຼາຍ.
ສຳລັບຂ້ອຍ, ຂ້ອຍສອບເສັງບໍ່ຕິດບ່ອນ ກໍ່ເລີຍອອກມາຊອກວຽກເຮັດ.

ຜ່ານໄປໄດ້ສອງສາມປີ ໝູ່ຂອງແມ່ຂ້ອຍກັບມາບອກແມ່ຂ້ອຍວ່າ: ລູກຊາຍຂອງລູກຊາຍຈົບ Dr. ແລ້ວ ດຽວນີ້ກຳລັງເຮັດວຽກເປັນຄູສອນຢູ່ມະຫາວິທະຍາໄລ ເງິນເດືອນປະມານ 2-3 ລ້ານກີບ. ແລ້ວກໍ່ເລີຍຖາມແມ່ວ່າ: ແລ້ວລູກຊາຍຂອງເຈົ້າແດ່? ເຮັດວຽກຫຍັງ? ຮຽນຈົບຢູ່ໃສ? ແມ່ຂ້ອຍເລີຍຕອບລາວວ່າ:" ດຽວນີ້ລູກຂ້ອຍຕັ້ງອູ່ແປງລົດ." ເງິນເດືອນບໍມີ ເພາະເປັນເງິນຂອງລູກຂ້ອຍທັງໝົດ ນີ້ຄືຄຳຕອນທີ່ແມ່ຂ້ອຍຕອບລາວ.

ເລື່ອງນີ້ມັນສະທ້ອນວ່າ: "ທ່ານບໍ່ຈຳ ເປັນຕ້ອງຮຽນຈົບມະຫາວິທະຍາໄລ. ຖ້າຫາກທ່ານມີຄວາມດຸໝັ່ນຂະຫຍັນພຽນ "
ມີຫຼາຍໆຄົນທີ່ຮຽນບໍຈົບກໍສາມາດເປັນເຈົ້າຂອງທຸກິດຊື່ດັງເຊັ່ນ: ບີວເກດ (ເຈົ້າພໍ່ ໄມໂຄຊອບ)


วันพฤหัสบดีที่ 8 สิงหาคม พ.ศ. 2562

ປະໂຫຍດທີ່ດື່ມນ້ຳຕົ້ມໝາກຫວດ

- ລັກສະນະພືດ:
ເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ, ສູງ 5-10 ເມັດ, ຊົງຟຸ່ມກົມ ຫຼື ເປັນຮູບໄຂ່, ເປືອກລຳຕົ້ນເປັນສີນ້ຳຕານ ແຕກເປັນຮ່ອງຕາມທາງຍາວ, ກິ່ງເປັນຮູບກະບອກເປັນຮ່ອງຢູ່ກິ່ງກ້ານມີຂົນລະອຽດ. ໃບປະສົມແບບຂົນນົກປາຍຄູ່ລຽນວຽນສະຫຼັບ, ກ້ານໃບປະສົມຍາວ 10-30 ຊັງຕີແມັດ, ໃບຍ່ອຍປະມານ 3-6 ຄູ່, ຮູບໄຂ່, ປາຍໃບແຫຼມ, ໃບ ກວ້າງ 2-11 ຊັງຕີແມັດ ແລະ ຍາວ 3- 30 ຊັງຕີແມັດ.

     ແຜ່ນໃບເປັນສີຂຽວເຂັ້ມ, ຜິວໃບດ້ານລຸ່ມມີສີອ່ອນກວ່າ, ຜິວໃບມີຂົນນຸ້ມປົກຄຸມຢູ່ທັງສອງດ້ານ, ແຜ່ນໃບບາງແຕ່ ຂ້ອນຂ້າງໜຽວ, ສ່ວນໃບອ່ອນມີສີນ້ຳ ຕານອົມຂຽວ, ດອກສີຂາວປົນສີເຫຼືອງ ອ່ອນໆ, ອອກເປັນຊໍ່ແບບແຕກແໜງຕັ້ງ ຈາກປາຍຍອດ ຫຼື ໃບໃກ້ປາຍຍອດ ມີ ຄວາມຍາວເຖີງ 50 ຊັງຕີແມັດ, ດອກ ຍ່ອຍເປັນສີຂາວມີຂະໜາດນ້ອຍ ແລະ ມີກິ່ນຫອມອ່ອນໆ.

     ດອກເປັນແບບແຍກເພດ, ກີບ ດອກ 4-5 ກີບ, ກ້ຽງ ຫຼື ມີຂົນ, ກີບ ດອກເປັນສີຂາວ, ແລະ ມີເກັດນ້ອຍ 1 ເກັດ ທີ່ມີສັນໂນນ 2 ເສັ້ນ, ດອກມີເກ ສອນເພດຜູ້ 8 ອັນ, ກ້ານເກສອນມີຂົນ ສີນ້ຳຕານອ່ອນໆ, ສ່ວນກ້ານເກສອນ ເພດແມ່ ຍາວ ແລະ ບໍ່ມີຂົນ, ດອກມີ 5 ກີບ, ຮູບເຄິ່ງວົງກົມ, ກີບນອກ 2 ກີບ ຈະນ້ອຍກວ່າກີບໃນ ແລະ ມີຂົນຢູ່ດ້ານ ນອກ.

ລັກສະນະຂອງໝາກ: ມີຜິວກ້ຽງ, ມີຂະໜາດກວ້າງປະມານ 0,5-1 ຊັງຕີ ແມັດ ແລະ ຍາວປະມານ 1,5-2 ຊັງຕີ ແມັດ, ໝາກອ່ອນເປັນສີຂຽວ ເມື່ອສຸກ ແລ້ວຈະປ່ຽນເປັນສີເຫຼືອງແດງ ແລະ ຈະປ່ຽນເປັນສີມ່ວງດຳເມື່ອແກ່ເຕັມທີ່.

-ການນຳໃຊ້:
ຮາກ ແລະ ໃບໝາກຫວດ: ໃຊ້ປະສົມກັບສະໝຸນໄພອື່ນຕົ້ມກັບນ້ຳດື່ມ ເປັນຢາແກ້ຊາງ ( ພະຍາດໃນເດັກນ້ອຍທີ່ມີອາການເບື່ອອາຫານ, ຊຶມ, ລີ້ນເປັນ ຝ້າ, ມີເມັດຂຶ້ນໃນປາກ ແລະ ຄໍ).
- ແກ່ນ: ນຳມາຕົ້ມກັບນ້ຳໃຫ້ເດັກ ນ້ອຍດື່ມເປັນຢາແກ້ຊາງ, ແກ້ໄອ, ນອນໂກນ, ແກ້ໄອຫອບໃນເດັກ, ໄອຊ້ຳເຮື້ອ.
- ຮາກ: ໃຊ້ຕຳພອກໃສ່ຫົວແກ້ອາ ການເຈັບຫົວ ຫຼື ໃຊ້ຮາກຝົນກັບເຫຼົ້າ ຂາວແລ້ວນຳມາພອກກໍໄດ້. ນອກນັ້ນ, ໃບອ່ອນໝາກຫວດຍັງໃຊ້ກິນເປັນຜັກສົດໄດ້ ໂດຍການລວກ, ຕົ້ມກິນກັບແຈ່ວ, ປົ່ນ ຫຼື ໃຊ້ໃນສ່ວນແກງຜັກລວມໃສ່ປາແຫ້ງ ແລະ ຊາວບ້ານຍັງນຳມາໃຊ້ຮອງ ພື້ນຄຸມເຂົ້າທີ່ຈະໃຊ້ເຮັດເຂົ້າໜົມເພື່ອ ຊ່ວຍກັນບູດໄດ້ອີກດ້ວຍ.

ຄຳຄົມເຕືອນສອນໃຈ


วันพุธที่ 7 สิงหาคม พ.ศ. 2562

" ເກຶອຈີ້ມເກຶອ " ເລື່ອງສັ້ນ ສອນໃຈ ເລື່ອງທີ 2


ຊາຍໜຸ່ມຄົນໜຶ່ງໄດ້ຊຶ້ປາຈາກຕະຫຼາດ. ລາວບອກເມຍຂອງລາວວ່າ ... "ທີ່ຮັກ, ຂ້ອຍຊຶ້ປາມາ. ຂ້ອຍຈະໄປເບິ່ງຮູບໜັງຢູ່ໄອເຕັກກ່ອນເດີ. ຫຼັງຈາກເບິ່ງໜັງແລ້ວຈະກັບມາກິນເຂົ້າ ຊ່ວຍເຮັດແກງປາສົ້ມແຊບໆໃຫ້ຂ້ອຍແດ່.
ເມຶ່ອເມຍໄດ້ຍິນວ່າຜົວຈະໄປເບິ່ງໜັງ ເມຍເລີຍກ່າວວ່າ: "ຂ້ອຍຂໍໄປເບິ່ງນໍາ!"

ຊາຍໜຸ່ມ ຕອບວ່າ: "ຢ່າໄປເລີຍ. ເຈົ້າແຕ່ງກິນຢູ່ນີ້, ລາຄາປີ້ແພງຫຼາຍ. ຂ້ອຍໄປເບິ່ງຜູ້ດຽວ. ຂ້ອຍຈະກັບເລົ່າໃຫ້ເຈົ້າຟັງ. ພ້ອມທີ່ຈະກິນປາທີ່ເຈົ້າເຮັດແຊບໆ. "
ເມື່ອຊາຍໜຸ່ມ ກັບມາຈາກເບິ່ງໜັງ ໄດ້ເຂົ້າໄປໃນເຮືອນຄົວ ແລ້ວຖາມເມຍວ່າ: ເຈົ້າ! ເຮັດແກງປາຢູ່ໃສ? "
ເມຍນັ່ງອ່ານປື້ມດ້ວຍອາການສະຫງົບ ແລ້ວຕອບວ່າ: ຂ້ອຍກິນໝົດແລ້ວ! ມານັ່ງໃກ້ໆຂ້ອຍ, ຂ້ອຍຈະບອກເຈົ້າວ່າປາແມ່ນແຊບຫຼາຍ. "
ເລື່ອງນີ້ມັນສະທ້ອນ ວ່າ: "ທ່ານຈະປະຕິບັດຕໍ່ຄົນອື່ນແນວໃດ? ເຂົາອາດຈະປະຕິບັດກັບເຈົ້າແບບນັ້ນ. "

วันจันทร์ที่ 5 สิงหาคม พ.ศ. 2562

ເລື່ອງສັ້ນ ສອນໃຈ ໃຫ້ຂໍ້ຄິດໃນການດຳລົງຊີວິດໃນສັງຄົມ


ເລື່ອງສັ້ນຕໍ່ໄປນີ້ເປັນນິທານສັ້ນໆ ທີ່ໃຊ້ໃນການສອນ ແລະ ໃຫ້ຄວາມຄິດທີ່ດີ; ເພາະວ່າມັນເປັນເລື່ອງມ່ວນຊື່ນກັບຕົວລະຄອນທີ່ຈື່ງ່າຍ ມີຕົວຢ່າງຂອງສິ່ງທີ່ດີ ແລະ ຄວາມຊົ່ວ, ຄວາມຖືກຕ້ອງ, ຄວາມຜິດ, ແລະ ຜົນໄດ້ຮັບຈາກການກະທຳ ທີ່ຈະແຈ້ງ, ຖືກຕ້ອງເໝາະສົມ ມັນເຮັດໃຫ້ຜູ້ອ່ານມີທັດສະນະຈິນຕະນາການທີ່ດີ.

ຊຶ່ເລື່ອງ:ຄວາມຮູ້ ແລະ ຄວາມສາມາດ.



ແມ່ຕູ້ຄົນໜຶ່ງຫຼົງ ກ້າວເຂົ້າໄປໃນຫ້ອງ ສຳມະນາຂອງບັນດາທ່ານໝໍ ; ໃນເວທີ, ທ່ານ ໝໍຄົນໜຶ່ງ ກຳລັງຖາມຜູ້ເຂົ້າສຳມະນາ ...
ນໍ້າຝົນ ທີ່ຕົກຈາກທ້ອງຟ້າສູງ ແລະ ຕົກໃນຄວາມໄວສູງ ຈະເຮັດໃຫ້ປະຊາຊົນໄດ້ຮັບບາດເຈັບ ຫຼື ເສຍຊີວິດບໍ? "
ໃນຕອນນັ້ນ ຢູ່ໃນຫ້ອງປະຊຸມທຸກຄົນທີ່ສຳມະນາ ກຳລັງຄິດຫາຄຳຕອບ ບາງຄົນເຫັນຄວາມໄວຂອງຝົນຕົກ, ບາງຄົນກໍາລັງປະມວນມວນສານ ແລະ ນໍ້າໜັກຂອງຝົນຕົກ, ແລະອື່ນໆຄົນຕ່າງກໍ່ຄິດ.....ແມ່ຕູ້ໄດ້ຫຼຽວເບິ່ງໄລຍະໜຶ່ງ ແລ້ວຈັບເອົາໄມໂຄຣໂຟນທີ່ແທ່ນປາໄສໂດຍກ່າວວ່າ ... "ພວກເຈົ້າເຄີຍຕາກຝົນບໍ?"
ໃນເວລາໄດ້ຍິນສຽງແມ່ຕູ້ຄົນນັ້ນ ຫ້ອງທັງຫ້ອງທັງໝົດ ກໍມິດງຽບ. ທຸກໆຄົນກໍ່ແກ່ວງຫົວ, ເວົ້າວ່າ "ແມ່ນແລ້ວ, ພວກເຮົາບໍຖືກຝົນຕົກ."
ເລື່ອງນີ້ ມັນໝາຍເຖິງ ວ່າ: ຄວາມຮູ້ອາດຈະສ້າງວິທີການຄິດທີ່ແຕກຕ່າງກັນ. ແຕ່ປະສົບການແມ່ນຄວາມສາມາດທີ່ຈະເຮັດໃຫ້ທ່ານແກ້ໄຂບັນຫາໄດ້ໄວ

5 ພືດສະໝຸນໄພທຳມະຊາດ ຊ່ວຍກະຕຸ້ນພູມຄຸ້ມກັນໃຫ້ແຂງແຮງບໍ່ຕິດເຊຶ້ອພະຍາດ

ພືດສະໝຸນໄພທຳມະຊາດຫຼາຍຊະນິດອອກລິດຕໍ່ຕ້ານ ແລະ ກຳຈັດສານພິດ ແລະ ຕົວເຊື້ອພະຍາດຕ່າງໆທີ່ເຂົ້າສູ່ຮ່າງກາຍ ແລະ ຍັງຊ່ວຍຕ້ານອະນຸມູນອິດ ສະຫຼະຖອນພິດໄຂ້ໃນຮ່າງກາຍ ຊ່ວຍໃນຂະບວນການລ້າງສານພິດໃນເລືອດ ກະຕຸ້ນການສ້າງເມັດເລືອດແດງ, ເມັດ ເລືອດຂາວ, ເກັດເລືອດ, ຟອກເລືອດໃຫ້ສະອາດຟື້ນຟູການເຮັດວຽກຂອງຕັບ ຈາກດື່ມເຫຼົ້າ ຫຼື ໄດ້ຮັບສານເຄມີ ຈາກປຸງແຕ່ງຈາກອາຫານ ເຮັດໃຫ້ຮູ້ສຶກສົດຊື່ນ ຟື້ນຟູຮ່າງກາຍໃຫ້ແຂງແຮງ.

ມຶ້ນີ້ໜັງສຶພິມ ປກສ ໄດ້ນຳສະເໜີ ສະໝຸນໄພ 5 ຊະນິດທີ່ຄວນກິນທຸກມື້ (ເປັນອາຫານ) ເພື່ອກະຕຸ້ນພູມຄຸ້ມກັນ
ໃຫ້ຮ່າງກາຍແຂງແຮງມາຝາກທຸກທ່ານ ນັ້ນກໍຄື:

ອັນດັບທີ 5 : ນ້ຳໝາກນາວ ແລະ ນ້ຳໝາກຂີ້ຫູດ.
ເປັນຢາລົດຊາດສົ້ມ ແກ້ຂີ້ກະເທີ່ໃນຄໍແກ້ໄອ ແກ້ນ້ຳລາຍໜຽວ ບຳລຸງເລືອດເຮັດໃຫ້ສຽງແຫບແຫ້ງດີຂຶ້ນ, ລະງັບຄວາມຮ້ອນໃນຮ່າງກາຍໄດ້ ໂດຍການຢອດລົງໃນນ້ຳ ຊາຈີນອຸ່ນໆແລ້ວດື່ມຮູ້ສຶກໂລ່ງໃນລຳຄໍ ແລະ ຫຼອດລົມ ຊ່ວຍປ້ອງ ກັນການເປັນ ຫວັດໄດ້ ໃນເມື່ອກ່ອນໃຊ້ໃບໝາກນາວ 108 ໃບ ຕົ້ມກິນເປັນຢາ ລ້າງຂີ້ກະເທີ່ໃນຄໍ ແລະ ຟອກເລືອດຊ່ວຍ ປ້ອງກັນຄວາມ ດັນເລືອດສູງ.

ອັນດັບທີ 4 : ຂີ້ໝິ້ນ.
ເປັນສະໝຸນໄພພື້ນຖານທີ່ໃຊ້ຮັກ ສາອາການອັກເສບໃນອະໄວຍະວະຕ່າງໆມາຫຼາຍຮ້ອຍປີ, ກິນຜົງຂີ້ໝິ້ນລະລາຍກັບນ້ຳເຜິ້ງ ເປັນຢາບຳບຸງປອດສະໝານ ແຜອັກເສບໃນປອດ ໝໍ້ຢາຕົ້ມເປັນນ້ຳສະໝຸນໄພລວມມີ ຫົວສີໄຄ, ຫອມບົ່ວ, ຂີ້ໝິ້ນ ຈິບອຸ່ນໆດີໄຂ້ຫວັດ (ກະຕຸ້ນພູມ ຄຸ້ມກັນ).

ອັນດັບທີ 3 : ພິກໄທ.
ຄວນກິນພິກໄທເປັນເຄື່ອງປຸງທີ່ປຸງໃນອາຫານ ເຊັ່ນ: ເຂົ້າຕົ້ມ ແກງຈືດຕ່າງໆ ປະລິມານພິກໄທທີ່ຫຼາຍເກີນໄປ ອາດລະຄາຍເຄືອງຕໍ່ກະເພາະອາຫານ ເຮັດໃຫ້ເຈັບທ້ອງ ແຕ່ເປັນຢາກຳຈັດໄຂມັນ ສ່ວນເກີນ ກະຕຸ້ນການເຜົາຜານໄຂມັນ.

ອັນດັບທີ 2 : ຂີງ.
ລົດຊາດເຜັດຮ້ອນມີນ້ຳມັນຫອມ ລະເຫີຍທີ່ເປັນປະໂຫຍດຕໍ່ຫົວໃຈ ໄລ່ ລົມ ໃຫ້ຄວາມອົບອຸ່ນໃນຮ່າງກາຍຢາມທີ່ໜາວ ກິ່ນຫອມເຮັດໃຫ້ຫາຍໃຈສະ ດວກ ແນະນຳໃຫ້ກິນນ້ຳຂີງອຸ່ນໆປະສົມນົມຮ້ອນບຳບຸງຮ່າງກາຍບຳລຸງປອດ.



ອັນດັບທີ 1 : ໝາກຂາມປ້ອມ.
ຊາວອິນເດຍຈັດໃຫ້ໝາກຂາມປ້ອມເປັນໝາກໄມ້ (ຕ້ານຄວາມແກ່ຊະ ລາ), ມີລົດຊາດຫວານ, ລົດຊາດເຢັນ, ມີລົດຊາດຝາດ, ລົດແຫ້ງ ກິນຊ່ວຍແກ້ ຂີ້ກະເທີ່.

วันศุกร์ที่ 2 สิงหาคม พ.ศ. 2562

4 ພະຍາດທີ່ເກີດຈາກການເກິນ "ເຜັດ"

1. ພະຍາດຖອກທ້ອງ: 

ເປັນພະຍາດອັນດັບທຳອິດ ທີ່ມັກເກີດຈາກການກິນເຜັດ; ເຊິ່ງຄວາມຈິງແລ້ວຄວາມເຜັດຂອງໝາກເຜັດ ບໍ່ໄດ້ເຮັດໃຫ້ກິນໝາກເຜັດ ແລ້ວເຈັບທ້ອງໂດຍກົງ ແຕ່ເພາະສານແຄັບໄຊຊິນ ທີ່ເຮັດໃຫ້ອຸນຫະພູມໃນຮ່າງກາຍສູງຂຶ້ນ ຮ່າງກາຍຈຶ່ງພະຍາຍາມຫຼຸດອຸນຫະພູມດ້ວຍການຂັບອອກມາທາງເຫື່ອ ແລະ ເຮັດໃຫ້ຮູ້ສຶກຫິວນ້ຳ ເມື່ອດື່ມນ້ຳໄປຫຼາຍໆສານແຄັບໄຊຊິນ ທີ່ບໍ່ສາມາດຍ່ອຍໄດ້ໝົດຮ່າງກາຍ ຈຶ່ງພະຍາຍາມຂັບສານນີ້ອອກໄປໃຫ້ກະເພາະ ແລະ ລຳໄສ້ເຄື່ອນໄຫວຢ່າງວ່ອງໄວ ອາຫານທີ່ກິນລົງໄປ ຈະເຄື່ອນຜ່ານລະບົບຍ່ອຍອາຫານໄວຜິດປົກກະຕິ ເມື່ອໄປລວມກັບນ້ຳທີ່ກິນເຂົ້າໄປຫຼາຍໆ ຈຶ່ງເປັນທີ່ມາຂອງອາການເຈັບທ້ອງ ຫຼື ຖ່າຍເປັນນ້ຳນັ້ນ ເອງ.

2. ພະຍາດຫົວໃຈ:

ອາຫານລົດຊາດເຜັດ ເຮັດໃຫ້ລະບົບໝຸນວຽນໃນເລືອດດີຂຶ້ນ ບາງຄັ້ງກໍອາດຈະດີຫຼາຍ ໄປຈົນເຮັດໃຫ້ຫົວໃຈເຮັດວຽກໜັກຂຶ້ນ. ດັ່ງນັ້ນ, ໃຜທີ່ກິນເຜັດຫຼາຍໆ ອາດຈະເພີ່ມຄວາມສ່ຽງໃນການເປັນພະຍາດຫົວໃຈໄດ້ ສ່ວນຜູ້ທີ່ເປັນພະຍາດຫົວໃຈຢູ່ແລ້ວຄວນລະມັດລະວັງ ແລະ ຫຼຸດລະດັບຄວາມເຜັດລົງ.

3. ພະຍາດກະເພາະອາຫານ:

ເຊື່ອວ່າການກິນເຜັດເຮັດໃຫ້ເປັນພະຍາດ ກະເພາະອາຫານ ເຊິ່ງບໍ່ເປັນຄວາມຈິງແຕ່ຢ່າງໃດ ພຽງແຕ່ວ່າການກິນເຜັດນັ້ນຈະໄປກະຕຸ້ນພະຍາດກະເພາະອາຫານ ທີ່ມີຢູ່ແລ້ວໃຫ້ມີອາການບໍ່ດີ ຈາກງານວິໄຈທີ່ເຄີຍຕີພິມໃນວາລະ ສານ Journal of the American Medical Association ໄດ້ລະບຸວ່າ: ລົດເຜັດຈາກໝາກເພັດບໍ່ໄດ້ເຮັດໃຫ້ເປັນພະຍາດກະເພາະອາຫານ ແລະ ບໍ່ໄດ້ເຮັດໃຫ້ກະເພາະເປັນບາດແຜເພາະລຳໄສ້ ແລະ ກະເພາະບໍ່ໄດ້ຖືກທຳລາຍຈາກການກິນເຜັດແຕ່ຢ່າງໃດ ສ່ວນຄົນທີ່ກຳລັງເປັນພະຍາດກະເພາະຫຼັງກິນເຜັດກໍ່ເກີດຈາກສານແຄັບ ໄຊຊິນ ມີລິດເປັນກົດ ເຊິ່ງໄປກະຕຸ້ນໃຫ້ຫຼອດອາຫານຫົດເກັງ ເຮັດໃຫ້ຮູ້ສຶກເຈັບແໜ້ນທ້ອງ ດັ່ງນັ້ນ,ໃຜທີ່ເປັນພະຍາດກະເພາະອາຫານ ຫຼື ເປັນບາດແຜໃນກະເພາະອາຫານຢູ່ແລ້ວຄວນໄປຮັກສາໃຫ້ດີກ່ອນ ແລະ ຫຼີກລ່ຽງການກິນອາ ຫານທີ່ເຜັດ.

4. ຍຶ່ງທ້ອງ ແໜ້ນທ້ອງ:

ໂດຍປົກກະຕິແລ້ວ ລົດເຜັດຮ້ອນຈາກ ໝາກເຜັດ ຈະຊ່ວຍຂັບລົມ ແຕ່ເພາະວ່າສານ ແຄັບໄຊຊິນ ເປັນກົດ ເມື່ອກິນໝາກເພັດໃນປະລິມານຫຼາຍໆ ຈະເຮັດໃຫ້ມີກົດຫຼາຍໃນກະເພາະອາຫານ ອາດຈະມີອາການຍຶ່ງທ້ອງແໜ້ນ ທ້ອງຈາກກົດຫຼາຍເກີນໄປ ແຕ່ວ່າສຳລັບຄົນປົກກະຕິທົ່ວໄປກໍຈະກິນເຜັດເລັກໜ້ອຍ ຈາກຈານອາຫານມາປະກອບກັບໝາກເຜັດ ສາມາດກິນ ອາຫານໄດ້ຢ່າງປອດໄພເກືອບບໍ່ສົ່ງຜົນໃດໆຕໍ່ຮ່າງກາຍ.
     ເຖິງຢ່າງໃດກໍຕາມ, ອາຫານມີທັງໃຫ້ປະໂຫຍດ ແລະ ໂທດຕໍ່ຮ່າງກາຍ ສະນັ້ນແລ້ວ ບໍ່ວ່າຈະກິນເພັດຫຼາຍ ຫຼື ກິນຫຼາຍເກີນໄປ ເພາະມັນຈະໃຫ້ໂທດຫຼາຍກວ່າໄດ້ປະໂຫຍດ. 

ຄູເວດ : ຊາວບ້ານຕໍ່ແຖວ ລໍຖ້າທີ່ຈະໄດ້ຮັບອາຫານຢູ່ໃນເຂດທີ່ຖືກກັກຕົວ

    ຂ່າວ ຊີນຫົວ ສປ ຈີນ ລາຍງານວ່າປະຊາຊົນຊາວ ຄູເວດໃນເຂດ Mahboula ຢືນຢູ່ແຖວເພື່ອຮັບເອົາອາຫານ. ຫລັງຈາກລັດຖະບານຄູເວດສັ່ງປິດເຂດ Mahbula ແລະ ເຂດ ...