วันพุธที่ 31 กรกฎาคม พ.ศ. 2562
ກິນຜັກແພວ ຊ່ວຍເຮັດໃຫ້ຈະເລີນອາຫານ ແລະ ຊ່ວຍປ້ອງກັນມະເຮັງລຳໄສ້ໃຫຍ່
ຜັກແພວ ເປັນຜັກພື້ນບ້ານ ສາມາດນຳມາປະກອບໃສ່ອາຫານ ຫຼື ນຳມາເປັນຜັກຫອມປະກອບໃສ່ພັນປາ, ຂົ້ວຊີ້ນ. ຜັກແຜວໄປດ້ວຍອຸດົມສານຕ້ານອະນຸມູນອິດສະຫຼະຫຼາຍຊະນິດ ທີ່ຊ່ວຍເສີມສ້າງພູມຕ້ານທານພະຍາດໃຫ້ກັບຮ່າງກາຍ.
ໃບໃຊ້ຮັບປະທານ; ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍໃນການຂັບຖ່າຍ, ປ້ອງກັນ ແລະ ແກ້ອາການຖອກທ້ອງ ແລະ ຊ່ວຍປ້ອງກັນມະເຮັງລຳໄສ້ໃຫຍ່ ເພາະເປັນຜັກທີ່ມີໄຟເບີສູງເຖິງ 9.7 ກຼາມ. ເຊິ່ງຈັດຢູ່ໃນຜັກທີ່ມີເສັ້ນໄຍອາຫານສູງທີ່ສຸດ 10 ອັນດັບຂອງຜັກພື້ນບ້ານ. ຜັກແພວ ມີລົດຊາດເຜັດຮ້ອນ ຈຶ່ງຊ່ວຍແກ້ລົມ, ຂັບລົມໃນກະເພາະອາ ຫານ, ແກ້ອາການຍຶ່ງທ້ອງແໜ້ນທ້ອງ ທີ່ຊ່ວຍເຮັດໃຫ້ເອື້ອມລະບາຍລົມອອກ.
ນອກນັ້ນ ໃບຜັກແພວ ຍັງຊ່ວຍແກ້ ຕຸ່ມຄັນຈາກເຊື້ອລາ ດ້ວຍການໃຊ້ໃບ ຫຼື ໝົດຕົ້ນ ນຳມາຄັ້ນ ຫຼື ຕຳປະສົມກັບເຫຼົ້າ ຂາວ ແລ້ວໃຊ້ເປັນຢາທາ.
วันเสาร์ที่ 27 กรกฎาคม พ.ศ. 2562
ສາເຫດທີ່ ອາເມລິກາ ກາຍມາເປັນຜູ້ພິທັກໂລກ ອີກມຸມໜຶ່ງ ກໍຄື ຜູ້ກໍ່ກວນໂລກ
1. ກ່ອນສົງຄາມໂລກ ຄັງທີ 2
ພາຍໃນປີ 1930, ອາເມລິກາ ບໍ່ແມ່ນມະຫາອໍານາດ ແຕ່ເປັນພຽງປະເທດທີ່ພວມພັດທະນາທີ່ຢຶດຖືນະໂຍບາຍ " Isolationism " ເປັນ “ ລັດທິໂດດດ່ຽວ ” ໝາຍຄວາມວ່າ ບໍ່ຫຍຸ້ງກ່ຽວກັບໂລກພາຍນອກ ເປັນຕົ້ນແມ່ນ ທາງດ້ານການເມືອງ ແລະ ບັນຫາພິບັດທີ່ກໍາລັງລະບາດຂຶ້ນ ຢູ່ທົ່ວທະວິບເອີຣົບ ແລະ ອາຊີ; ນັ້ນກໍຄື ໃນທະວິບເອິຣົບ ແມ່ນຖືກເຢຍລະມັນ ແລະ ອິດຕະລີ ແຜ່ຂະຫຍາຍອໍານາດ ສ່ວນທາງພາກທະວີບອາຊີ ກໍຕົກຢູ່ໃນກໍາມືຂອງ ຈັກກະພັດຍີ່ປຸ່ນ ໃນຊ່ວງນີ້ຜູ້ຄົນລົ້ມຕາຍກັນເປັນລ້ານໆ.
2. ໃນຄະນະທີ່ ສະພາບໂລກປັ່ນປ່ວນຢູ່ເອີຣົບ ແລະ ອາຊີ
ພາຍໃນຊຸມປີ 1930, ເຫດການຮ້າຍແຮງຂຶ້ນເລື້ອຍໆຈົນສຸດທ້າຍ ກໍເກີດສົງຄາມຢ່າງດຸເດືອດ ພາຍໃນປີ 1938 - 39 ເມື່ອ ເຢຍລະມັນ ເຂົ້າຢຶດພາກເອີຣົບຕາເວັນຕົກ ພິເສດແມ່ນ ຝຣັ່ງ; ສ່ວນ ຈັກກະພັດຍີ່ປຸ່ນ ກໍເຂົ້າຢຶດເອົາ ທະວີບອາຊີ ລວມທັງ ເກົາຫຼີ, ຈີນ, ອິນດູຈີນ ( ລາວ, ຫວຽດນາມ, ກຳປູເຈຍ ) ແລະ ບັນດາເກາະຕ່າງໆ ລວມທັງຟິລິປິນ.
![]() |
| ເຢຍລະມັນ ແລະ ຍີ່ປຸ່ນ ເຫັນວ່າ ຖ້າຈະຢຶດຄອງໂລກໃຫ້ສໍາເລັດ ຕ້ອງກໍາຈັດການກັບ ອາເມລິກາ ໄປນໍາ |
ເຊິ່ງໃນຕອນນັ້ນ, ຟິລິປິນ ແມ່ນຢູ່ພາຍໃຕ້ການຄຸ້ມຄອງຂອງ ອາເມລິກາ ໃນເງື່ອນໄຂທີ່ ແອັດສະປາຍ ເສຍສົງຄາມໃຫ້ ອາເມລິກາ ໃນປີ 1898, ຟິລິປິນ ຕົກເປັນຫົວເມືອງຂຶ້ນຂອງ ແອັດສະປາຍ ເລີ່ມແຕ່ປີ 1521 ຈົນເຖິງ ປີ 1898 ເຊິ່ງເປັນປີ ແອັດສະປາຍ ເສຍສົງຄາມໃຫ້ ອາເມລິກາ.
ຫຼັງຈາກເສຍສົງຄາມ, ແອັດສະປາຍ ກໍຕ້ອງໄດ້ຖອນທັບ ແລະ ອອກຈາກບັນດາປະເທດອານານິຄົມຂອງຕົນທັງໝົດ, ສ່ວນ ຟິລິປິນ ອີງຕາມສັນຍາປາລີ ໃນປີ 1898 ແອັດສະປາຍ ຕົກລົງຂາຍ ຟີລິີປິນ ໃຫ້ກັບ ອາເມລິກາລາຄາ $20 ລ້ານໂດລາ; ດັ່ງນັ້ນ, ເລີ່ມແຕ່ນັ້ນມາ ອາເມລິກາ ຈຶ່ງມີບົດບາດໃນດ້ານການເມືອງ ແລະ ທະຫານໃນ ຟີລິປິນ ຈົນເຖິງທຸກວັນນີ້.
![]() |
| ຍີ່ປຸ່ນ ໂຈມຕີ ທ່າເຮືອ Pearl Harbor ຂອງ ອາເມລິກາ ໃນຮາວາຍ |
ໃນຂະນະທີ່ ສະພາບໂລກປັ່ນປ່ວນຢູ່ນັ້ນ, ການເມືອງຕ່າງປະເທດຂອງ ອາເມລິກາ ຍັງຢຶດໝັ້ນໃນລັດທິໂດດດ່ຽວ ບໍ່ຫຍຸ້ງກ່ຽວກັບເລຶ່ອງພາຍນອກ ໃນຮູບແບບເດີມ. ອາເມລິກາ ໝຸ່ງໝັ້ນພັດທະນາປະເທດຊາດຂອງຕົນໃຫ້ເຂັ້ມແຂງ, ສາເຫດກໍຄື ຕົນເອງຫາກໍພົ້ນຈາກສົງຄາມກາງເມືອງ ແລະ ກໍາລັງປະເຊີນກັບ ບັນຫາພາຍໃນຫຼາຍປະການ ເຊັ່ນ: ບັນຫາແບ່ງຊັ້ນວັນນະ ຫຼື ແບ່ງແຍກຜິວໜັງ ແລະອື່ນໆ.
ແຕ່ສຸດທ້າຍ, ກໍບໍ່ພົ້ນກັບບັນຫາໂລກທີ່ມາຢືນເຄາະຢູ່ໜ້າປະຕູ; ເຊິ່ງ ເຢຍລະມັນ ແລະ ຍີ່ປຸ່ນ ເຫັນວ່າ ຖ້າຈະຢຶດຄອງໂລກໃຫ້ສໍາເລັດ ຕ້ອງກໍາຈັດການກັບ ອາເມລິກາ ໄປນໍາ ເພາະວ່າ ອາເມລິກາ ຄືຍັກໃຫຍ່ທີ່ກໍາລັງນອນຕີພຸງກິນເຫຼົ້າຊາເກຢູ່ ແລະ ຈະຄອງໂລກ ກໍຕ້ອງກໍາຈັດຍັກໂຕນີ້.
![]() |
| ກອງກຳລັງຟາຊິດເຢຍລະມັນ ເສຍໄຊ |
ດັ່ງນັ້ນ, ໃນປີ 1941 ຍີ່ປຸ່ນ ຈຶ່ງຕັດສິນໃຈດຶງເອົາ ອາເມລິກາ ເຂົ້າສູ່ສົງຄາມໂລກ ຄັ້ງທີ 2 ໂດຍການເປີດບັ້ນຮົບປະຫວັດສາດ ບຸກໂຈມຕີຖານທັບເຮືອຂອງອາເມລິກາ ທີ່ Pearl Harbor ລັດ Hawaii; ການໂຈມຕີທາງອາກາດຂອງຍີ່ປຸ່ນ ຄັ້ງນັ້ນ ເຮັດໃຫ້ ອາເມລິກາ ສູນເສຍເຮືອຮົບໄປຫຼາຍລໍາ ແລະ ຕາຍປະມານ 2,500 ຄົນ.
ຍີ່ປຸ່ນ ຄິດວ່າ ຖານທັບເຮືອຂອງ ອາເມລິກາ ຢູ່ Pearl Harbor ຄືແຄ່ງຂາຂອງ ອາເມລິກາ, ຖ້າຕັດແຄ່ງຂານັ້ນຖິ້ມ ອາເມລິກາ ກໍຈະກາຍເປັນຄົນພິການ ເຮັດຫຍັງບໍ່ໄດ້; ຂໍ້ນີ້ ຍີ່ປຸ່ນ ຄິດຜິດຢ່າງມະຫັນ. ຖານທັບເຮືອໃຫຍ່ຂອງ ອາເມລິກາ ສ່ວນໃຫຍ່ແມ່ນປະຈໍາການຢູ່ພາກທະເລ Atlantic ເຊິ່ງຢູ່ກົງກັນຂ້າມກັບ ເອີຣົບ.
ຕອນນັ້ນ, ອາເມລິກາ ສຸມກໍາລັງກະກຽມປ້ອງກັນນ່ານນໍ້າ ແລະ ຊາຍແດນຂອງຕົນທີ່ຢູ່ທາງດ້ານກົງກັນຂ້າມກັບ ເອີຣົບ ເພາະວ່າ ເຢຍລະມັນ ໄດ້ເລີ່ມສົ່ງເຮືອດໍານໍ້າມາພິຊິດໃກ້ເມືອງນິວຢອກ. ( ...ອ່ານຕໍ່ສະບັບໜ້າ )
(ບົດວິເຄາະ ຈາກນັກຂຽນ: ສ ປັນຍາສິນ)
10 ອົງປະກອບຂອງຄຳວ່າ ຄຸນນະພາບຊີວິດ
1. ມີຄວາມເບີກກັບວຽກ ງານ ແລະ ພັດທະນາວຽກຂອງ ຕົນຢູ່ສະເໝີ ເຊື່ອມໂຍງວຽກຂອງ ຕົນກັບຄວາມສຸກຂອງຄົນອື່ນ.
2. ມີໂອກາດເພີ່ມພູນຄວາມ ຮູ້ ໄດ້ພັດທະນາສັກກາຍະພາບ ທາງຄວາມຄິດມີໂອກາດຝຶກຝົນສີ ມືຂອງຕົນເອງ.
3. ມີຖານະຄວາມເປັນຢູ່ທີ່ບໍ່ ເດືອດຮ້ອນເພິ່ງພາຕົນເອງໄດ້.
4. ມີຄວາມສຳພັນທີ່ດີກັບ ຄອບຄົວໝູ່ເພື່ອນພີ່ນ້ອງ ແລະ ຄົນ ອອ້ມຂ້າງໄດ້ຮຽນຮູ້ຄວາມໝາຍ ຂອງມິດຕະພາບ ແລະ ຄວາມຮັກ ທີ່ແທ້ຈິງ.
5. ໄດ້ຊ່ວຍເຫຼືອຜູ້ອື່ນແບ່ງ ປັນຕາມການຄວາມເໝາະສົມມີ ໂອກາດຮັບໃຊ້ ເພື່ອນມະນຸດ ເພີ່ມພູນຄວາມເມດຕາໃຫ້ເກີດຂຶ້ນ ເປັນລຳດັບ.
6. ເວົ້າໃນສິ່ງທີ່ເປັນກຸສົນບໍ່ ເວົ້າໃນທາງຮ້າຍບໍ່ກ່າວໂທດຄົນອື່ນ ບໍ່ເວົ້າທຳຮ້າຍຈິດໃຈຂອງຜູ້ອື່ນ ຍອມຮັບເປີດໃຈໃນຄວາມແຕກ ຕ່າງເປັນຄົນໃຫ້ກຳລັງໃຈຄົນອື່ນ ຢູ່ສະເໝີ.
7. ຮັບປະທານອາຫານທີ່ມີຄຸນ ນະພາບມີສຸຂະພາບທີ່ດີອາໄສຢູ່ ສະຖານທີ່ ທີ່ບໍ່ວຸ້ນວາຍ ເປັນຄົນ ເຫັນຄວາມງາມໃນຄວາມທຳມະ ດາຂອງທ້ອງຟ້າດອກໄມ້ສັບພະ ສັດມີວິຖີຊີວິດທີ່ລຽບງ່າຍ.
8. ເປັນເຈົ້າຂອງເວລາໃນຊີວິດ ຕົນເອງ ແລະ ໃຊ້ມັນຢ່າງສ້າງສັນ ຢູ່ກັບປັດຈຸບັນ.
9. ໄດ້ຮຽນຮູ້ຕົນເອງຜ່ານການ ສັງເກດຜ່ານຄວາມເມດຕາຈົນສາ ມາດຫຼອມຊີວິດຂອງຕົນໃຫ້ກາຍ ເປັນສະໜາມແຫ່ງການຝຶກຝົນ ທາງຈິດວິນຍານ ນຳໄປສູ່ການທຳ ລາຍຄວາມເຫັນແກ່ຕົວທຸກຮູບ ແບບໃນຈິດໃຈຂອງຕົນເອງ.
10. ຕາຍຢ່າງຄົນຕາຍເປັນບໍ່ຮູ້ ສຶກຢ້ານຄວາມຕາຍແຕ່ວ່າເຫັນ ຄວາມຕາຍເປັນມິດຮູ້ສຶກຂອບໃຈ ຄວາມຕາຍທີ່ເຮັດໃຫ້ຄິດເຖິງຄວາມ ໝາຍຂອງການມີຊີວິດຢູ່ສາມາດ ປ່ອຍວາງເຂົ້າໃຈມີຄວາມສະຫງົບ ມີີຄວາມສາມາດຄວບຄຸມຈິດສຸດ ທ້າຍໃຫ້ລອດພົນຈາກຄວາມທຸກ ທັງຫຼາຍ.

ຜັກແປ້ງນົວ ມີຄຸນຄ່າຫຼາຍກວ່າທີ່ຄິດ ຮັກສາພະຍາດຫຼາຍກວ່າ 100 ພະຍາດ
ປະໂຫຍດຂອງຜັກແປ້ງນົວ ຫຼື ໃບ ຊາຢາ (chaya)
1. ຊ່ວຍຮັກສາອາການຫອບຫືດ.
2. ເພີ່ມລະດັບແຄວຊຽມ ໃນຮ່າງກາຍ.
3. ຮັກສາ ແລະ ປ້ອງກັນພະຍາດເລືອດຈາງ.
4. ຄວບຄຸມນໍ້າຕານໃນເລືອດ ແລະ ຄວບຄຸມລະດັບນໍ້າຕານໃຫ້ຜູ້ເປັນເບົາຫວານ.
5. ປ້ອງກັນອາການເຈັບຫົວ.
6. ປັບປຸງການເຮັດວຽກຂອງສະ ໝອງ ແລະ ສາຍຕາ.
7. ປ້ອງກັນພະຍາດລິດສີດວງທະວານໜັກ.
8. ລ້າງພິດໃນຕັບ.
9. ຮັກສາອາການເຈັບຄໍ ແລະ ຕິດ ເຊື້ອທີ່ລໍາຄໍ.
10. ປັບສົມດຸນຂອງລະບົບການເຜົາຜານໄຂມັນໃນຮ່າງກາຍ.
11. ປ້ອງກັນເສັ້ນເລືອດຂອດ.
12. ຮັກສາພະຍາດກະດູກພ່ອຍ.
13. ຊ່ວຍພັດທະນາການຈະເລີນເຕີບໂຕໃຫ້ກັບເດັກ.
14. ຫຼຸດລະດັບ ຂອງກົດຢູລິກໃນເລືອດ ແລະ ຄວບຄຸມລະດັບໄຂມັນໃນເລືອດ.
ພືດຊະນິດນີ້ມີປະໂຫຍດຢ່າງຫຼວງ ຫຼາຍ ເຊິ່ງສາມາດເພີ່ມພືດຊະນິດນີ້ ໃສ່ແກງ ຫຼື ໃຊ້ເປັນຊາສໍາລັບດື່ມ ແຕ່ບໍ່ຄວນບໍລິໂພກແບບສົດ.
ສ່ວນປະສົມທີ່ເປັນຊາດື່ມ
1. ໃບແປ້ງນົວ 6 ໃບ
2. ນໍ້າ 2 ຖ້ວຍ
ວິທີເຮັດ:
ນໍານໍ້າໄປຕົ້ມ ແລະ ໃສ່ໃບແປ້ງນົວລົງໄປ ຂ້ຽວປະໄວ້ປະມານ 10 ນາທີ ພຽງເທົ່ານີ້ຊາມະຫັດສະຈັນກໍສາມາດດື່ມໄດ້ແລ້ວ ເພື່ອໃຫ້ໄດ້ຜົນຮັບທີ່ດີທີ່ສຸດ ຄວນດື່ມຊາ 1ຈອກ ວັນລະ 3 ຄັ້ງກ່ອນອາຫານ ນອກຈາກນີ້ຍັງສາມາດເພີ່ມໃບແປ້ງນົວ ລົງໃນຈານຢຳສະລັດ ແລະ ໝໍ້ແກງໄດ້ອີກເຊັ່ນກັນ ແຕ່ຕ້ອງເຮັດໃຫ້ສຸກກ່ອນ.
• ຜັກແປ້ງນົວ ເປັນແຫຼ່ງທີ່ດີຂອງໂປຼຕີນ, ວິຕາມິນ, ແຄວຊຽມ,ໂພແທັວຊຽມ, ເຫຼັກ ແລະ ຍັງເປັນແຫຼ່ງທີ່ອຸດົມສົມບູນຂອງສານຕ້ານອະນຸມູນອິດສະຫຼະ ແທ້ຈິງແລ້ວ ໃບແປ້ງນົວຍັງມີລະດັບສານອາຫານສູງກວ່າຜັກໃບຂຽວຊະນິດໃດໆ ເຖິງ 2-3 ເທົ່າອີກດ້ວຍ.
ຢ່າງໃດກໍຕາມ ຜັກແປ້ງນົວດິບ ຍັງມີຜິດ ເນື່ອງຈາກມີສານກລູໂຄໄຊ ເຊິ່ງ ປົດປ່ອຍສານພິດຈໍາພວກໄຊຍາໄນອອກມາ ຈຶ່ງຈໍາເປັນຕ້ອງເຮັດໃຫ້ສຸກກ່ອນ ກິນໂດຍ ໃຊ້ເວລາປະມານ 15 ນາທີ ໃນການເຮັດໃຫ້ສຸກ ເພື່ອລິດຂອງສານທີ່ເປັນພິດໃຫ້ຢູ່ໃນລະດັບທີ່ປອດໄພ.
• ການຕົ້ມໃນພາຊະນະອາລູມີນຽມອາດຈະເຮັດໃຫ້ນໍ້າຕົ້ມເປັນພິດ ແລະ ກໍ່ໃຫ້ເກີດອາການຖອກທ້ອງໄດ້.
• ຜັກແປ້ງນົວ ສາມາດນໍາໄປປຸງອາຫານໄດ້ຫຼາຍຢ່າງ ວິທີປັບປຸງດັ້ງເດີມຢ່າງໜຶ່ງໃນແມັກຊິໂກ ແລະ ອາເມລິກາກາງ ຈະນໍາໃບໄປແຊ່ນໍ້າ ແລະ ຕົ້ມໄຟອ່ອນ ປະມານ 20 ນາທີ ຈາກນັ້ນ ເສີບກັບນໍ້າມັນ ຫຼື ເນີຍ ນອກຈາກນີ້ຍັງມີການນໍາໄປຊອຍ ແລະ ເຮັດໃຫ້ສຸກແລ້ວນໍາໄປກິນກັບເຂົ້າກໍໄດ້, ນວດປະສົມກັບມັນຝຣັ່ງບົດແລ້ວຈືນ, ປະສົມກັບໝາກເລັ່ນ ຫົວຜັກບົວໃຫຍ່, ຜັກຫອມປ້ອມ ແລະ ເຮັດເປັນແຈ່ວ ແລະ ນໍາໄປປຸງອາຫານ ອື່ນໆ.

วันศุกร์ที่ 26 กรกฎาคม พ.ศ. 2562
ຊາ 4 ຊະນິດ ຍິ່ງດື່ມ ຍິ່ງຊ່ວຍຫຼຸດນ້ຳໜັກ
ປັດຈຸບັນນີ້, ມີຜູ້ຄົນຈຳນວນຫຼາຍຫັນມາໃສ່ໃຈສຸຂະພາບ ແລະ ຮູບຮ່າງກັນຫຼາຍຂຶ້ນ ແລະ ຫຼາຍຄົນກໍເປັນກັງວົນເລື່ອງອາຫານການກິນຢູ່ບໍ່ໜ້ອຍ ໂດຍສະເພາະຄົົນທີ່ມັກດື່ມຊາຫຼາຍຄົນກັງວົນວ່າການດື່ມຊາອາດມີຜົນຕໍ່ນ້ຳໜັກ ໄດ້ ແຕ່ມື້ນີ້ໜັງສຶພິມ ປກສ ຈະມາໃຫ້ ຄວາມຮູ້ຊາຊະນິດຕ່າງໆທີ່ດື່ມແລ້ວຈະມາເປັນຕົວຊ່ວຍໃນການຫຼຸດນ້ຳໜັກ ແລະ ຖືເປັນການຜ່ອນຄາຍອາລົມກັບຊາຫອມໆໄປນໍາໃນໂຕ.
1. ຊາຂຽວ
ຊາຂຽວ ເປັນຊາທີ່ສາມາດໃຊ້ດື່ມເພື່ອຫຼຸດນ້ຳໜັກໄດ້ ໂດຍຜູ້ຊ່ຽວຊານ ໄດ້ ກ່າວໄວ້ວ່າ ການດື່ມຊາຂຽວນັ້ນບໍ່ແມ່ນ ວ່າດື່ມແລ້ວຈະຫຼຸດໄດ້ທັນທີ ແຕ່ຕ້ອງດື່ມເປັນປະຈຳ ເຊິ່ງຊາຂຽວຈະຊ່ວຍເພີ່ມອັດຕາທາດເມທາບໍລິຊຶມເພີ່ມອັດຕາການເຜົາຜານຄາໂບໄຮເດດ ແລະ ທາດ ອອກຊິເດຊັນຂອງໄຂມັນເມື່ອອອກກຳລັງກາຍການດື່ມມື້ລະ 2 ເຖິງ 5ຈອກ ຕໍ່ມື້ກໍສາມາດຊ່ວຍໃນການຫຼຸດນ້ຳໜັກ ໄດ້ແລ້ວ.

2. ຊາອູ່ຫຼົງ
ໃບຊາອູ່ຫຼົງ ເມື່ອທຽບກັບໃບຊາຂຽວແລ້ວ ຈະມີຄວາມຍາວຫຼາຍກວ່າ ແຕ່ບໍ່ເທົ່າໃບຊາດຳ ເຊິ່ງຊາອູ່ຫຼົງນັ້ນມີຄຸນປະໂຫຍດຫຼາຍ ທີ່ສ່ວນໃຫຍ່ແລ້ວສົ່ງຜົນຕໍ່ການຫຼຸດນ້ຳໜັກທັງນັ້ນເລີຍ ເພາະຊາອູ່ຫຼົງນັ້ນຈະຊ່ວຍຫຼຸດຜົນກະທົບຕ່າງໆທີ່ໄດ້ຮັບຈາກໄຂມັນບໍ່ວ່າຈະເປັນການຫຼຸດປະລິມານໄຂມັນທີ່ສະສົມໃນຮ່າງກາຍ ແລະ ຍັງສາມາດເພີ່ມການເຜົາຜານໄຂມັນໄດ້ອີກ ໂດຍສິ່ງທີ່ເກີດຂື້ນເຫຼົ່ານີ້ ກໍຈະສົ່ງຜົນໃຫ້ເບິ່ງຈ່ອຍລົງພຽງດື່ມມື້ລະ 3 ຈອກຕໍ່ມື້ເທົ່ານັ້ນເອງ.3. ຊາດຳ
ຊາດຳ ເປັນຊາທີ່ມີລົດເຂັ້ມກວ່າຊາຊະນິດອື່ນໆ ແລະ ກໍມີຄາເຟິອນຫຼາຍກວ່າຊາອື່ນໆ ເຊັ່ນກັນສຳລັບຄົົນທີ່ມີອິນຊູລິນທີ່ມີຄວາມໄວຕ່ຳ ຈະມີຄວາມສ່ຽງທີ່ຈະຕຸ້ຍຫຼາຍກວ່າຄົນອື່ນ ເຊິ່ງສາມາດດື່ມຊາດຳເພື່ອເພີ່ມຄວາມໄວຂອງອິນຊູລິນໄດ້.4. ຊາກຸຫຼາບ
ຊາກຸຫຼາບ ເປັນໜຶ່ງໃນຊາທີ່ເກົ່າແກ່ທີ່ສຸດທີ່ມີຜົນໃນການປິ່ນປົວ ແລະ ການ ຫຼຸດນ້ຳໜັກ ໂດຍຊາກຸຫຼາບເຮັດມາຈາກ ໃບກຸຫຼາບສົດ ແລະ ຕາຊາປະສົມກັນ ເຊິ່ງວັດຖຸດິບເຫຼົ່ານີ້ອຸດົມໄປດ້ວຍວິຕາມິນເອ, ບີ3, ຊີ, ດີ ແລະ ອີຊາກຸຫຼາບຈະຊ່ວຍໃນການຕ້ານເຊື້ອຕ່າງໆ ແລະ ຍັງເຮັດໃຫ້ຈ່ອຍລົງດ້ວຍການກຳຈັດສານພິດໃນຮ່າງກາຍໄດ້ນໍາອີກ.
สมัครสมาชิก:
บทความ (Atom)
ຄູເວດ : ຊາວບ້ານຕໍ່ແຖວ ລໍຖ້າທີ່ຈະໄດ້ຮັບອາຫານຢູ່ໃນເຂດທີ່ຖືກກັກຕົວ
ຂ່າວ ຊີນຫົວ ສປ ຈີນ ລາຍງານວ່າປະຊາຊົນຊາວ ຄູເວດໃນເຂດ Mahboula ຢືນຢູ່ແຖວເພື່ອຮັບເອົາອາຫານ. ຫລັງຈາກລັດຖະບານຄູເວດສັ່ງປິດເຂດ Mahbula ແລະ ເຂດ ...