ຂ່າວ ຊີນຫົວ ສປ ຈີນ ລາຍງານວ່າປະຊາຊົນຊາວ ຄູເວດໃນເຂດ Mahboula ຢືນຢູ່ແຖວເພື່ອຮັບເອົາອາຫານ.
ຫລັງຈາກລັດຖະບານຄູເວດສັ່ງປິດເຂດ Mahbula ແລະ ເຂດ Jab
al-Shuyuk, Ahmadi ເປັນເວລາ 2 ອາທິດ ເພື່ອຄວບຄຸມການແຜ່ລະບາດຂອງເຊື້ອໄວຣັດ
Corona. Covid-19.
ກະຊວງສາທາລະນະສຸກຄູເວດໄດ້ອອກຖະແຫຼງການໂດຍຊີ້ແຈງວ່າ ໃນວັນເສົາ, ວັນທີ 11 ເມສາ, ຄູເວດ ພົບວ່າມີການເພີ່ມຂື້ນ
161 ກໍລະນີຂອງ covid-19, ສົ່ງຜົນໃຫ້ມີຜູ້ຕິດເຊື້ອທັງໝົດ 1,154 ຄົນ. ນັບຕັ້ງແຕ່ການຢືນຢັນຂອງຄົນເຈັບທີ່ມີການຕິດເຊື້ອ
ໂຄວິ-19 ໃນຕົ້ນເດືອນ ເດືອນມີນາ ທີຜ່ານມາ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໃນປະເທດໄດ້ມີການປ່ຽນແປງຢ່າງສິ້ນເຊີງ.
ກະຊວງສາທາລະນະສຸກຂອງປະເທດປະຕິບັດມາດຕະການຢ່າງເຂັ້ມງວດໃນການປ້ອງກັນການແຜ່ລະບາດຂອງໄວຣັດ.
ໃນເວລາດຽວກັນ, ທຸກໆຖ້ຽວບິນ ກໍ່ຖືກໂຈະໄວ້ຕັ້ງແຕ່ວັນພຸດທີ
11 ມີນາ, ແລະ ຜູ້ທີ່ເດີນທາງມາຈາກປະເທດທີ່ເປັນພະຍາດລະບາດຕ້ອງໄດ້ຜ່ານການກວດສຸຂະພາບທັງໝົດ.



ไม่มีความคิดเห็น:
แสดงความคิดเห็น