วันศุกร์ที่ 26 กรกฎาคม พ.ศ. 2562

ຊາ 4 ຊະນິດ ຍິ່ງດື່ມ ຍິ່ງຊ່ວຍຫຼຸດນ້ຳໜັກ

      ປັດຈຸບັນນີ້, ມີຜູ້ຄົນຈຳນວນຫຼາຍຫັນມາໃສ່ໃຈສຸຂະພາບ ແລະ ຮູບຮ່າງກັນຫຼາຍຂຶ້ນ ແລະ ຫຼາຍຄົນກໍເປັນກັງວົນເລື່ອງອາຫານການກິນຢູ່ບໍ່ໜ້ອຍ  ໂດຍສະເພາະຄົົນທີ່ມັກດື່ມຊາຫຼາຍຄົນກັງວົນວ່າການດື່ມຊາອາດມີຜົນຕໍ່ນ້ຳໜັກ ໄດ້ ແຕ່ມື້ນີ້ໜັງສຶພິມ ປກສ ຈະມາໃຫ້ ຄວາມຮູ້ຊາຊະນິດຕ່າງໆທີ່ດື່ມແລ້ວຈະມາເປັນຕົວຊ່ວຍໃນການຫຼຸດນ້ຳໜັກ ແລະ ຖືເປັນການຜ່ອນຄາຍອາລົມກັບຊາຫອມໆໄປນໍາໃນໂຕ.

1. ຊາຂຽວ
ຊາຂຽວ ເປັນຊາທີ່ສາມາດໃຊ້ດື່ມເພື່ອຫຼຸດນ້ຳໜັກໄດ້ ໂດຍຜູ້ຊ່ຽວຊານ ໄດ້ ກ່າວໄວ້ວ່າ ການດື່ມຊາຂຽວນັ້ນບໍ່ແມ່ນ ວ່າດື່ມແລ້ວຈະຫຼຸດໄດ້ທັນທີ ແຕ່ຕ້ອງດື່ມເປັນປະຈຳ  ເຊິ່ງຊາຂຽວຈະຊ່ວຍເພີ່ມອັດຕາທາດເມທາບໍລິຊຶມເພີ່ມອັດຕາການເຜົາຜານຄາໂບໄຮເດດ ແລະ ທາດ ອອກຊິເດຊັນຂອງໄຂມັນເມື່ອອອກກຳລັງກາຍການດື່ມມື້ລະ 2 ເຖິງ 5ຈອກ ຕໍ່ມື້ກໍສາມາດຊ່ວຍໃນການຫຼຸດນ້ຳໜັກ ໄດ້ແລ້ວ.

2. ຊາອູ່ຫຼົງ

ໃບຊາອູ່ຫຼົງ ເມື່ອທຽບກັບໃບຊາຂຽວແລ້ວ ຈະມີຄວາມຍາວຫຼາຍກວ່າ ແຕ່ບໍ່ເທົ່າໃບຊາດຳ ເຊິ່ງຊາອູ່ຫຼົງນັ້ນມີຄຸນປະໂຫຍດຫຼາຍ ທີ່ສ່ວນໃຫຍ່ແລ້ວສົ່ງຜົນຕໍ່ການຫຼຸດນ້ຳໜັກທັງນັ້ນເລີຍ ເພາະຊາອູ່ຫຼົງນັ້ນຈະຊ່ວຍຫຼຸດຜົນກະທົບຕ່າງໆທີ່ໄດ້ຮັບຈາກໄຂມັນບໍ່ວ່າຈະເປັນການຫຼຸດປະລິມານໄຂມັນທີ່ສະສົມໃນຮ່າງກາຍ ແລະ ຍັງສາມາດເພີ່ມການເຜົາຜານໄຂມັນໄດ້ອີກ ໂດຍສິ່ງທີ່ເກີດຂື້ນເຫຼົ່ານີ້ ກໍຈະສົ່ງຜົນໃຫ້ເບິ່ງຈ່ອຍລົງພຽງດື່ມມື້ລະ 3 ຈອກຕໍ່ມື້ເທົ່ານັ້ນເອງ.

3. ຊາດຳ

ຊາດຳ ເປັນຊາທີ່ມີລົດເຂັ້ມກວ່າຊາຊະນິດອື່ນໆ ແລະ ກໍມີຄາເຟິອນຫຼາຍກວ່າຊາອື່ນໆ  ເຊັ່ນກັນສຳລັບຄົົນທີ່ມີອິນຊູລິນທີ່ມີຄວາມໄວຕ່ຳ ຈະມີຄວາມສ່ຽງທີ່ຈະຕຸ້ຍຫຼາຍກວ່າຄົນອື່ນ  ເຊິ່ງສາມາດດື່ມຊາດຳເພື່ອເພີ່ມຄວາມໄວຂອງອິນຊູລິນໄດ້.

4. ຊາກຸຫຼາບ

ຊາກຸຫຼາບ ເປັນໜຶ່ງໃນຊາທີ່ເກົ່າແກ່ທີ່ສຸດທີ່ມີຜົນໃນການປິ່ນປົວ ແລະ ການ ຫຼຸດນ້ຳໜັກ ໂດຍຊາກຸຫຼາບເຮັດມາຈາກ ໃບກຸຫຼາບສົດ ແລະ ຕາຊາປະສົມກັນ ເຊິ່ງວັດຖຸດິບເຫຼົ່ານີ້ອຸດົມໄປດ້ວຍວິຕາມິນເອ, ບີ3, ຊີ, ດີ ແລະ ອີຊາກຸຫຼາບຈະຊ່ວຍໃນການຕ້ານເຊື້ອຕ່າງໆ  ແລະ ຍັງເຮັດໃຫ້ຈ່ອຍລົງດ້ວຍການກຳຈັດສານພິດໃນຮ່າງກາຍໄດ້ນໍາອີກ.

ไม่มีความคิดเห็น:

แสดงความคิดเห็น

ຄູເວດ : ຊາວບ້ານຕໍ່ແຖວ ລໍຖ້າທີ່ຈະໄດ້ຮັບອາຫານຢູ່ໃນເຂດທີ່ຖືກກັກຕົວ

    ຂ່າວ ຊີນຫົວ ສປ ຈີນ ລາຍງານວ່າປະຊາຊົນຊາວ ຄູເວດໃນເຂດ Mahboula ຢືນຢູ່ແຖວເພື່ອຮັບເອົາອາຫານ. ຫລັງຈາກລັດຖະບານຄູເວດສັ່ງປິດເຂດ Mahbula ແລະ ເຂດ ...