ຊາຍໜຸ່ມຄົນໜຶ່ງໄດ້ຊຶ້ປາຈາກຕະຫຼາດ. ລາວບອກເມຍຂອງລາວວ່າ ... "ທີ່ຮັກ, ຂ້ອຍຊຶ້ປາມາ. ຂ້ອຍຈະໄປເບິ່ງຮູບໜັງຢູ່ໄອເຕັກກ່ອນເດີ.
ຫຼັງຈາກເບິ່ງໜັງແລ້ວຈະກັບມາກິນເຂົ້າ” ຊ່ວຍເຮັດແກງປາສົ້ມແຊບໆໃຫ້ຂ້ອຍແດ່.
ເມຶ່ອເມຍໄດ້ຍິນວ່າຜົວຈະໄປເບິ່ງໜັງ ເມຍເລີຍກ່າວວ່າ: "ຂ້ອຍຂໍໄປເບິ່ງນໍາ!"
ຊາຍໜຸ່ມ ຕອບວ່າ: "ຢ່າໄປເລີຍ. ເຈົ້າແຕ່ງກິນຢູ່ນີ້, ລາຄາປີ້ແພງຫຼາຍ. ຂ້ອຍໄປເບິ່ງຜູ້ດຽວ. ຂ້ອຍຈະກັບເລົ່າໃຫ້ເຈົ້າຟັງ.
ພ້ອມທີ່ຈະກິນປາທີ່ເຈົ້າເຮັດແຊບໆ. "
ເມື່ອຊາຍໜຸ່ມ ກັບມາຈາກເບິ່ງໜັງ ໄດ້ເຂົ້າໄປໃນເຮືອນຄົວ ແລ້ວຖາມເມຍວ່າ: ເຈົ້າ! ເຮັດແກງປາຢູ່ໃສ? "
ເມຍນັ່ງອ່ານປື້ມດ້ວຍອາການສະຫງົບ ແລ້ວຕອບວ່າ:“ ຂ້ອຍກິນໝົດແລ້ວ!
ມານັ່ງໃກ້ໆຂ້ອຍ, ຂ້ອຍຈະບອກເຈົ້າວ່າປາແມ່ນແຊບຫຼາຍ. "
ເລື່ອງນີ້ມັນສະທ້ອນ ວ່າ:
"ທ່ານຈະປະຕິບັດຕໍ່ຄົນອື່ນແນວໃດ?
ເຂົາອາດຈະປະຕິບັດກັບເຈົ້າແບບນັ້ນ.
"
ไม่มีความคิดเห็น:
แสดงความคิดเห็น