วันพฤหัสบดีที่ 9 เมษายน พ.ศ. 2563

ຄົບຮອບວັນແຕ່ງງານ


     ສາມີ ພັນລະຍາຄູ່ໜຶ່ງໄດ້ສະຫຼອງວັນຄົບຮອບ 25 ປີ ຂອງການແຕ່ງງານຢ່າງສອງຕໍ່ສອງຢູ່ເຮືອນ.ເມື່ອ ໄວແຊມປຽນໝົດໄປສອງແກ້ວ ພໍເຂົ້າທີ່ເຂົ້າທາງ ສາມີເລີຍຖາມພັນລະຍາ ວ່າ : ທີ່ຮັກຖາມແທ້ໆພວກເຮົາຢູ່ນຳກັນເປັນເວລາ 25 ປີເຈົ້າເຄີຍນອກໃຈຂ້ອຍບໍ? "
ພັນລະຍາຕອບແບບບໍ່ລັງເລໃຈ : "ແມ່ນຂ້ອຍໄດ້ນອກໃຈເຈົ້າ 3 ຄັ້ງ",




"ເປັນຫຍັງ?" ຜົວຢາກຮູ້ເຫດຜົນ.
"ດີ .. " ພັນລະຍາເລີ່ມຕົ້ນບອກ.
"ຈື່ໄດ້ບໍ ? ຄັ້ງທຳອິດຫລັງຈາກພວກເຮົາແຕ່ງງານກັນ ເມື່ອຕອນທີ່ເຈົ້າໄດ້ຮັບການຜ່າຕັດແຕ່ພວກເຮົາບໍ່ມີເງິນພຽງພໍ ດັ່ງນັ້ນຂ້ອຍຈຶ່ງໄປນອນນຳທ່ານ ໝໍ ຜ່າຕັດລາວກໍ່ເລີຍບໍ່ຄິດຄ່າໃຊ້ຈ່າຍໃນການຜ່າຕັດ. "

"ເອີ ... ເຈົ້າຈັ່ງແມ່ນໃຈດີກັບຂ້ອຍແທ້ໆ. ຜົວຍ້ອງຍໍ." ແລະ ເທື່ອທີສອງລະ? "
" ຈື່ບໍວ່າຕອນເລືອກຮອງປະທານບໍລິສັດພວກເຂົາຈະບໍ່ເລືອກເຈົ້າຢູ່ແລ້ວ. ຂ້ອຍໄດ້ໄປນອນກັບປະທານບໍລິສັດສະນັ້ນລາວຈຶ່ງເລືອກເຈົ້າ. "


"ແທ້ໆບໍຂ້ອຍຄິດວ່າຂ້ອຍໄດ້ເປັນເພາະທັກສະ ແລະ ຄວາມສາມາດທີ່ແທ້ຈິງ." ຜົວຍ້ອງຍໍເມຍຂອງລາວ.
"ແລະ ເປັນຄັ້ງທີສາມແດ່?"
" ປີກາຍນີ້ ເມື່ອເຈົ້າຕ້ອງການເປັນປະທານສະໂມສອນກອບ ແຕ່ຕ້ອງມີ 53 ສຽງສະໜັບສະໜູນ ຂ້ອຍກໍ່ໄປນອນນຳ... "

ไม่มีความคิดเห็น:

แสดงความคิดเห็น

ຄູເວດ : ຊາວບ້ານຕໍ່ແຖວ ລໍຖ້າທີ່ຈະໄດ້ຮັບອາຫານຢູ່ໃນເຂດທີ່ຖືກກັກຕົວ

    ຂ່າວ ຊີນຫົວ ສປ ຈີນ ລາຍງານວ່າປະຊາຊົນຊາວ ຄູເວດໃນເຂດ Mahboula ຢືນຢູ່ແຖວເພື່ອຮັບເອົາອາຫານ. ຫລັງຈາກລັດຖະບານຄູເວດສັ່ງປິດເຂດ Mahbula ແລະ ເຂດ ...