วันอังคารที่ 7 เมษายน พ.ศ. 2563

ຕອບ 20 ຄຳຖາມທີ່ພົບເລື້ອຍໆໃນພະຍາດ - Covid-19

1.     ພະຍາດ COVID-19 ແມ່ນຫຍັງ?
ຄຳຕອບ: COVID-19 ແມ່ນຊື່ຂອງພະຍາດທາງເດີນຫາຍໃຈທີ່ເກີດຈາກເຊຶ້ອໂຄໂລນາໄວຣັດ SARS-CoV-2 ເຊິ່ງຖືກຄົ້ນພົບຄັ້ງທຳອິດຢູ່ເມືອງ Wuhan, ປະເທດຈີນສັນນີ້ຖານວ່າແຫຼ່ງທີ່ມາຂອງພະຍາດແມ່ນມາຈາກໂຕເຈຍ.

  2. COVID -19 ສາມາດຕິດຕໍ່ກັນໄດ້ແນວໃດ?
ຄຳຕອບ: ຕິດຕໍ່ໂດຍຜ່ານລະອອງຟອຍຈາກການໄອຈາມ ຫຼື ນ້ຳມູກຄົນທີ່ຕິດເຊື້ອ. ລວມທັງການສຳຜັດກັບສິ່ງປົນເປື້ອນດ້ວຍນ້ຳມູກ ແລ້ວມາສຳພັດກັບຕາດັງປາກຂອງພວກເຮົາ.

 3. ຈັບມື - ຍ່າງກົງກັນຂ້າມ ມີຄວາມສ່ຽງຕໍ່ການຕິດເຊື້ອ ຫຼື ບໍ່?
ຄຳຕອບ: ຖ້າບໍ່ໄດ້ຮັບລະອອງຟອຍ ຈາກການໄອຈາມ ຫຼື ສຳ ລະອອງຟອຍຈາກການໄອຈາມຂອງຄົນເຈັບ. ແລ້ວບໍ່ເອົາມືທີ່ສຳ ພັດກັບການຕິດເຊື້ອໄປຈັບເອົາສິ່ງທີ່ກິນເຂົ້າໃນປາກຖູຕາເອົາດັງມັນຈະບໍ່ຕິດເຊື້ອ.

 4. ມີອາການປະເພດໃດແດ່ທີ່ສົງໃສວ່າເປັນໂພະຍາດຕິດເຊື້ອ coronavirus?
ຄຳຕອບ: ຄົນທີ່ມີພູມຕ້ານທານທີ່ແຂງແຮງຖ້າຕິດເຊື້ອອາດຈະບໍ່ສະແດງອາການ. ແຕ່ຖ້າລະບົບພູມຕ້ານທານບໍ່ແຂງແຮງຈະເປັນມີໄຂ້ສູງໄອເຈັບຄໍເຈັບກ້າມເນື້ອເມື່ອຍຫາຍໃຈໄວ.

 5. COVID -19 ເປັນ ແລະ ປິ່ນປົວຫາຍຂາດບໍ?
ຄຳຕອບ: ຈາກຂໍ້ມູນປະຈຸບັນ ມີພຽງແຕ່ປະມານ 2-3% ຂອງການເສຍຊີວິດທີ່ພົບເຫັນທົ່ວໂລກໂດຍສະເລ່ຍ 50-60% ຂອງຄົນເຈັບໄດ້ຟື້ນຕົວສະນັ້ນໃນເວລາທີ່ຕິດເຊື້ອມີໂອກາດສູງໃນການຮັກສາຫາຍຂາດໄດ້.

 6. ປະຈຸບັນມີຢາຮັກສາພະຍາດ COVID -19 ແລ້ວບໍ?
ຄຳຕອບ: Favilavir ແມ່ນຢາຕ້ານໄວຣັດຕົວໃໝ່ທຳອິດຂອງຄົນຈີນທີ່ໄດ້ຮັບການຢັ້ງຢືນເປັນ COVID -19 ຢ່າງເປັນທາງການໃນຂະນະທີ່ຢາຊະນິດອື່ນຍັງ ກຳລັງຖືກດຳເນີນການທົດລອງຢູ່.

 7. ເຊື້ອໄວຣັສ coronal ສາມາດຢູ່ໃນພື້ນທີ່ຕ່າງກັນໄດ້ດົນປານໃດ?
ຄຳຕອບ: ອີງຕາມການສຶກສາກ່ຽວກັບໄວຣັດທີ່ມີລັກສະນະຄ້າຍຄືກັນພົບວ່າໄວຣັດສາມາດດຳລົງຊີວິດຢູ່ເທິງໂລຫະແກ້ວຫຼື ພລາສຕິກໄດ້ເຖິງ 9 ວັນ. ຖ້າອຸນຫະພູມ 4 ອົງສາເຊມັນຈະຢູ່ຢ່າງໜ້ອຍ 28 ວັນແຕ່ຖ້າ 30 ອົງສາເຊນຊຽດ ຫຼື ຫຼາຍກວ່ານັ້ນຈະມີຊີວິດໜ້ອຍລົງ.

  8. ເຫຼົ້າສາມາດຂ້າເຊື້ອໄວຣັດໂຄໂລນາໄດ້ບໍ?
 ຄຳຕອບ: ເຫຼົ້າ Ethyl ທີ່ມີຄວາມເຂັ້ມຂົ້ນ 70-90% (ໂດຍປະລິມານນ້ຳ) ສາມາດທຳລາຍໄວຣັດ Corona.

  9. ໃຊ້ເຈວເຫຼົ້າເພື່ອລ້າງມື ສາມາດຂ້າເຊື້ອໄວຣັດ Corona ໄດ້ບໍ?
ຄຳຕອບ: ຖ້າເຫຼົ້າເຈນແມ່ນຄວາມເຂັ້ມຂຸ້ນ 70-90% (ໂດຍປະລິມານນ້ຳ) ສາມາດຂ້າເຊື້ອໄວຣັດ Corona ໄດ້. ແຕ່ໃຫ້ລ້າງມືດ້ວຍນ້ຳສະອາດ ແລະ ຖູສະບູຢ່າງຖືກຕ້ອງ ແມ່ນວິທີທີ່ດີທີ່ສຸດໃນການທຳຄວາມສະອາດມື.

 10. ໄວຣັສໂຄໂຣລາຢ້ານຫຍັງ?
ຄຳຕອບ: ໄວຣັດຊະນິດນີ້ຈະຕາຍເມື່ອອຸນຫະພູມ 70 ອົງສາເຊນຊຽດ ຫຼື ສູງກວ່ານັ້ນ. ການໃຊ້ເຫຼົ້າດ້ວຍຄວາມເຂັ້ມຂົ້ນ 70-90%ລວມທັງ ສະບູແຟບຊັກເຄື່ອງ.

(...ຕິດຕາມຂໍ້ 11-20 ສະບັບໜ້າ)

ไม่มีความคิดเห็น:

แสดงความคิดเห็น

ຄູເວດ : ຊາວບ້ານຕໍ່ແຖວ ລໍຖ້າທີ່ຈະໄດ້ຮັບອາຫານຢູ່ໃນເຂດທີ່ຖືກກັກຕົວ

    ຂ່າວ ຊີນຫົວ ສປ ຈີນ ລາຍງານວ່າປະຊາຊົນຊາວ ຄູເວດໃນເຂດ Mahboula ຢືນຢູ່ແຖວເພື່ອຮັບເອົາອາຫານ. ຫລັງຈາກລັດຖະບານຄູເວດສັ່ງປິດເຂດ Mahbula ແລະ ເຂດ ...