วันอังคารที่ 7 เมษายน พ.ศ. 2563

ຮູ້ໃວເປັນປະໂຫຍດເພື່ອປ້ອງກັນ ໂຄວິດ-19

ອ່ານເບິ່ງວ່າ ສິ່ງທີ່ຈະເຮັດໃຫ້ໄວຣັດມັນຢ້ານ ແລະ ຕາຍໄດ້ ມີຫຍັງແດ່?

1. COVID-19 ຢ້າແສງແດດ ຫລື ລັງສີ UV - A ເພາະວ່າ ມັນຊ່ວຍສ້າງພູມຄຸ້ມກັນໃຫ້ຮ່າງກາຍເຮົາ ມັນຊ່ວຍສ້າງວິນຕາມິນ D ທີ່ຈະມາຊ່ວຍສ້າງເມັດເລືອດຂາວ ແລະ ກະດູກ.

2. ຢ້ານອຸນາພູມສູງ 56 ອົງສາເຊ ມັນຈະຕາຍໃນ 1-4ນາທີ ອາກາດບ້ານເຮົາ 32ອົງສາ ຖ້າໄວຣັດຕົກລົງພຶ້ນ ມັນຈະຕາຍໃນ 30-60ນາທີ ສະນັ້ນເຮົາຄວນປຸງອາຫານດ້ວຍຄວາມຮ້ອນສູງ ກິນຮ້ອນ ລວມເຖິ່ງການຊັກເຄື່ອງດ້ວຍລະບົບນ້ຳຮ້ອນ.

3. ຢ້ານອາກາດທີ່ຖ່າຍເທດີເຊັນ: ທົ່ງຫຍ້າ ສະໜາມ  ແຕ່ບໍ່ຄວນເປັນບ່ອນທີ່ມີຄົນຢູ່ຢ່າງໜາແໜ້ນ.


4. ຢ້ານຢາຂ້າເຊື້ອ ພວກ ຄໍຣີນ ຫລື ພວກຢາລ້າງຫ້ອງນ້ຳ: ເຊິ່ງສາມາດຂ້າເຊື້ອ COVID ໄດ້ 99%.


5.ຢ້ານເອລກໍຫໍ ບໍລິສຸດ 75%:  ໃຊ້ໃນການຂ້າເຊື້ອໄດ້ດີສຸດ ສາມາດຂ້າເຊື້ອ COVID ໄດ້ 99% ສາມາດນຳມາເຮັດຄວາມສະອາດຕາມຮ່າງກາຍ ຫຼື ເຄື່ອງໃຊ້ຕ່າງໆ ສ່ວນເຈວລ້າງມື້ ສວນຫລາຍຈະມີເອລກໍຫໍປະສົມຢູ່ພຽງ 50-70%ນັ້ນ ມັນຊ່ວຍຂ້າເຊື້ອໄດ້ພຽງ 50-80% ເທົ່ານັ້ນ.


6.ຢ້ານການລ້າງມືໃສ່ສະບູ: ຫລັກການສຳຄັນຄື ໃນການປ້ອງກັນໂຕເອງຈາກ COVID ເພາະເຮົາໃຊ້ມືຢິບຈັບສິ່ງຂອງຫຼາຍຢ່າງ ດັ່ງນັ້ນ ການລ້າງມື້ໃສ່ສະບູປະຈຳ ຈະຊ່ວຍຫຼຸດຄວາມສ່ຽງຂອງການປົນເປື້ອນເຊື້ອໂລກໄດ້ດີທີ່ສຸດ.

 7. ຢ້ານພູມຄຸ້ມກັນຂອງມະນຸດ: ພວກເຮົາມີພູມຄຸ້ມກັນມາແຕ່ເກີດຢູ່ແລ້ວ ສະນັ້ນ ໝັ່ນອອກກຳລັງກາຍປະຈຳ ນອນໃຫ້ພຽງພໍເພື່ອໃຫ້ຮ່າງກາຍໄດ້ພັກ ຈະໄດ້ພ້ອມສູ້ກັບ ພະຍາດຕ່າງໆໄດ້ດີຂຶ້ນ.

ไม่มีความคิดเห็น:

แสดงความคิดเห็น

ຄູເວດ : ຊາວບ້ານຕໍ່ແຖວ ລໍຖ້າທີ່ຈະໄດ້ຮັບອາຫານຢູ່ໃນເຂດທີ່ຖືກກັກຕົວ

    ຂ່າວ ຊີນຫົວ ສປ ຈີນ ລາຍງານວ່າປະຊາຊົນຊາວ ຄູເວດໃນເຂດ Mahboula ຢືນຢູ່ແຖວເພື່ອຮັບເອົາອາຫານ. ຫລັງຈາກລັດຖະບານຄູເວດສັ່ງປິດເຂດ Mahbula ແລະ ເຂດ ...